spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອທົດສອບຍິງຂີປານາວຸດພາດທ່າໄປຕົກໃສ່ທະເລຕາເວັນອອກ

ເກົາຫຼີເໜືອທົດສອບຍິງຂີປານາວຸດພາດທ່າໄປຕົກໃສ່ທະເລຕາເວັນອອກ

Published on

ສຳນັກຂ່າວ CNN ລາຍງານ: ເກົາຫຼີເໜືອໄດ້ດຳເນີນການຍິງທົດສອບຂີປານາວຸດທີ່ຍັງບໍ່ທັນມີການລະບຸລະອຽດວ່າເປັນຂີປານາວຸດຊະນິດໃດ ແລະຍັງບໍ່ສາມາດລະບຸພິກັດທີ່ຍິງໄດ້ ໂດຍຂີປານາວຸດດັ່ງກ່າວຖືກຍິງໄປຕົກໃສ່ທະເລຕາເວັນອອກນອກຊາຍຝັ່ງຂອງເກົາຫຼີເໜືອ ອາດເປັນເຫດເຮັດໃຫ້ແຫຼມເກົາຫຼີເໜືອ-ໃຕ້ ລຸກເປັນໄຟອີກຄັ້ງ ທັງທີ່ນ້ອງສາວຂອງຜູ້ນຳ ຄິມ ຈອງອຶນ ຫາກໍກຽມແຜນຟື້ນຟູສຳພັນກັບເກົາຫຼີໃຕ້ຄືນໃໝ່.

ຂະນະທີ່ທ່ານ ຄິມ ຊອງ, ຜູ້ແທນເກົາຫຼີເໜືອປະຈຳສະຫະປະຊາຊາດ ໄດ້ກ່າວສູນທອນພົດຕໍ່ກອງປະຊຸມສະມັດຊາໃຫຍ່ ສປຊ ໃນນິວຢອກ ວ່າ: ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ຄວນຈະມີການຟື້ນຟູຄວາມສຳພັນລະຫວ່າງກັນໂດຍບໍ່ຈຳເປັນຕ້ອງມີສະຫະລັດອາເມລິກາເຂົ້າມາແຊກແຊງກິດຈະການພາຍໃນຂອງຄາບສະໝຸດເກົາຫຼີ ເຊິ່ງທາງປະທານາທິບໍດີເກົາຫຼີໃຕ້ກໍໄດ້ຮຽກຮ້ອງໃຫ້ມີການປະກາດຢຸດຕິສົງຄາມເກົາຫຼີຢ່າງເປັນທາງການ ເພື່ອພະຍາຍາມຂັບເຄື່ອນການເຈລະຈາລະຫວ່າງສອງເກົາຫຼີທີ່ຍັງບໍ່ມີຄວາມຄືບໜ້າ.

ຢ່າງໃດກໍຕາມ, ໃນຊ່ວງເວລາດຽວກັນ ທ່ານ ນາງ ຄິມ ໂຍ ຈ໊ອງ, ນ້ອງສາວຂອງຜູ້ນຳເກົາຫຼີເໜືອ ກໍໄດ້ມີການຖະແຫຼງຂ່າວ ໂດຍລະບຸວ່າ ການຮຽກຮ້ອງໃຫ້ຢຸດຕິສົງຄາມເປັນແນວຄິດທີ່ໜ້າສົນໃຈ ແລະຍັງໄດ້ສະເໜີໃຫ້ມີການຫາລືກັບເກົາຫຼີໃຕ້ກ່ຽວກັບປະເດັນນີ້ນຳອີກ ແຕ່ເຫດການທົດລອງຍິງຂີປານາວຸດທີ່ຜິດພາດຂອງເກົາຫຼີເໜືອຄັ້ງນີ້ ຈະເຮັດໃຫ້ແຜນການດັ່ງກ່າວສາມາດດຳເນີນການຕໍ່ໄດ້ ຫຼື ບໍ່ນັ້ນ ຕ້ອງຕິດຕາມຂ່າວນຳກັນຕື່ມອີກ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...