Homeຂ່າວໂຄວິດ-19ປະຫວັດຜູ້ຕິດເຊື້ອໃໝ່ໂຄວິດ-19 ວັນທີ 25 ກັນຍາ 2021

ປະຫວັດຜູ້ຕິດເຊື້ອໃໝ່ໂຄວິດ-19 ວັນທີ 25 ກັນຍາ 2021

Published on

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 24 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 7,674 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 447 ຄົນ:

– ກໍລະນີນໍາເຂົ້າ ມີ 20 ຄົນ ຈາກ ແຂວງ ສະຫວັນນະເຂດ 10 ຄົນ, ສາລະວັນ 7 ຄົນຈໍາປາສັກ 1 ຄົນ, ຄໍາມ່ວນ 1 ຄົນ ແລະ ນະຄອນຫຼວງວຽງຈັນ 01 ຄົນ
– ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 427 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:

1. ນະຄອນຫຼວງ 206 ຄົນ, ລາຍລະອຽດມີດັ່ງນີ້:
1) ຈຸດສີ ເກີດ: ພົບເຊື້ອ 71 ຄົນ
2) ເມືອງ ໄຊທານີ: ພົບເຊື້ອ 7 ຄົນ
3) ຈຸດບືງຂະຫຍອງ: ພົບເຊື້ອ 18 ຄົນ;
4) ມສ ເຈົ້າອານຸວົງ: ພົບເຊື້ອ 14 ຄົນ;
5) ມສ ລາວຫວຽດ: ພົບເຊື້ອ 11 ຄົນ;
6) ໂຮງໝໍເຊດຖາທິລາດ ແລະ ໂຮງໝໍ ເດັກ ໃຫ້ຜົນບວກ 09 ຄົນ: ເມືອງຫາດຊາຍຟອງ 03 ຄົນ (ບ້ານສະຫວ່າງ 02 ຄົນ, ສາລາຄຳ 01 ຊື່ງແມ່ນພະນັກງານບໍລິສັດ DKSH), ເມືອງ ສີໂຄດ 02 ຄົນ (ຍະພະ ແລະ ໄຊສະຖານ), ເມືອງ ໄຊເສດຖາ 02 ຄົນ (ບ້ານ ອາມອນ ແລະ ບ້ານ ຊຽງດາ), ບ້ານ ໂພນປາເປົ້າ, ເມືອງ ສີສັດຕະນາກ 01 ຄົນ ແລະ ບ້ານ ສາຍນໍ້າ ເງີນ ເມືອງ ໄຊທານີ 01 ຄົນ. ສ່ວນທີ່ເຫຼືອ ທີມງານລະບາກຳລັງສອບສວນ ແລະ ເກັບກຳຂໍ້ມູນ ຂໍໃຫ້ທ່ານຕິດຕາມທາງສື່ອອນລາຍ.

2. ຄຳມ່ວນ 72 ຄົນ: ລວມມີພະນັກງານຕຳຫຼວດ 3 ຄົນ ແລະ ບໍລິສັດຄາຍຢວນ 62 ຄົນ.
ລາຍງານຈາກ 5 ຕົວເມືອງ: ທ່າແຂກ 57, ຍົມມະລາດ 7, ເຊບັ້ງໄຟ 4, ມະຫາໄຊ 3 ແລະ ຫີນບູນ 1.

3. ຈໍາປາສັກ 50 ຄົນ: ຊື່ງມາຈາກ: ນະຄອນປາກເຊ, ປະທຸມພອນ ແລະ ບາຈຽງ (03 ຄົນ ແມ່ນກໍາມະກອນ ສວນຢາງ ດັກລັກ)

4. ຫຼວງພະບາງ 41 ຄົນ:
ເຊິ່ງໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານໜອງຂຽວ, ເມືອງງອຍ ທີ່ໄດ້ລາຍງານ ໃນວັນທີ 22 ກັນຍາ 2021.

  • ​ບ້ານໜອງຂຽວ ມີ 31 ຄົນ
  • ບ້ານໜອງອ່ຽນ ມີ 04 ຄົນ
  • ​ບ້ານປາກບາກ ມີ 03 ຄົນ
  • ມີ 03 ຄົນ (ບ້ານພູພຽງ, ບ້ານສົບຮຸນ, ບ້ານຈອມຍີ່ງ ມີບ້ານລະ 01 ຄົນ).

ຄົນເຈັບຕິດເຊື້ອມີອາຊີບເປັນທະຫານ, ພະນັກງານຄູ, ພະນັກງານແພດ; ອາຊີບພະນັກງານກະສິກໍາເມືອງ; ເດັກນ້ອຍ; ອາຊີບ: ເຮັດສວນ ແລະ ເຮັດໄຮ່ ມີອາຊີບລະ ແລະ ອາຊີບອື່ນໆ ກໍາລັງສະຫຼຸບສັງລວມຂໍ້ມູນ.

5. ໄຊສົມບູນ 21 ຄົນ ທັງໝົດ ແມ່ນເສື່ອມໂຍງກັບ ກໍລະນີ ບ້ານໜອງວຽງຄຳ, ເມືອງ ໄຊທານີ; (ພື້ນຖານເປັນຄົນເມືອງລ້ອງຊານ ແຂວງ ໄຊສົມບຸນ); ອາຊີບ ກຳມະກອນ ຢູ່ພະແນກກວດຄຸນນະພາບເຄື່ອງ (QCS) ໂຮງງານຕັດຫຍິບ ອານປີ-ລາວ; ທີ່ໄດ້ ເດີນທາງ ໄປ ບ້ານທ່າເຮືອ, ເມືອງ ລ້ອງຊານ ວັນທີ 13/9/21 (ໃຊ້ລົດຈັກໄປເອງ) ເພື່ອໄປສົ່ງສະການພໍ່ຕູ້.

6. ສະຫວັນນະເຂດ 12 ຄົນ:
– ພະນັກງານແພດ ມີ 04 ຄົນ (ໄດ້ເຂົ້າປະຈໍາການຢູ່ສູນຫຼັກ 9 ໃນວັນທີ 03 ກັນຍາ 2021 ແລະ ອອກປະຈໍາການທີ່ 15 ກັນຍາ 2021) ຊື່ງກວດເປັນຄັ້ງທີ 03.

-​ບ້ານວົງວິໄລ, ເມືອງເຊໂປນ ມີ 02 ກໍລະນີ (ທັງສອງຄົນເປັນແມ່ລູກກັນ)

-​ບ້ານແກ້ງຢາງ, ເມືອງເຊໂປນ ມີ 02 ກໍລະນີ ທັງສອງຄົນເປັນພະນັກງານຊິບປີ້ງ (ແລ່ນເອກະສານຢູ່ດ່ານແດນສະຫວັນ) ແລະ ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.

-​ບ້ານໂນນສະຫວ່າງ, ເມືອງອຸທຸມພອນ ມີ 01 ກໍລະນີ (ທະຫານ).

-​ບ້ານສະພານເໜຶອ, ນະຄອນໄກສອນ ມີ 01 ກໍລະນີ.

-​ຢູ່ຄ້າຍຄຸມຂັງຫຼັກ 06 ມີ 02 ກໍລະນີ (ກວດຄັ້ງທີ່ 03)

7. ແຂວງວຽງຈັນ 9 ຄົນ:
– ເມືອງໂພນໂຮງ ມີ 06 ຄົນ (ບ້ານນາເລົ່າ ມີ 02 ຄົນ; ໃນນັ້ນມີ 01 ຄົນ ເປັນພະນັກງານໂຮງໝໍເມືອງ); ບ້ານນາໂພມະລາດ, ບ້ານໂພນງາມ ແລະ ບ້ານໂພນໂຮງ ມີບ້ານລະ 01 ຄົນ) ຊື່ງທັງໜົດມີປະຫວັດສໍາຜັດໃກ້ຊິດກັບຄົນຕິດເຊື້ອ ທີ່ໄປຮ່ວມງານເຮືອນດີ ຢູ່ບ້ານໂພນຫໍ.
– ເມືອງວັງວຽງ ມີ 03 ຄົນ (ບ້ານປາກເປາະ ມີ 02 ຄົນ ແລະ ບ້ານພູດິນແດງ ມີ 01 ຄົນ) ຊື່ງທັງໜົດມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານໂພນຊູ.

8. ບໍ່ແກ້ວ 6 ຄົນ: ເຂດເສດຖະກິດພິເສດ 4 ຄົນ; ເມືອງ ຕົ້ນເຜີ້ງ 02 ຄົນ (ບ້ານພຽງງາມ 1 ແລະ ບ້ານ ດອນມູນ 01).

9. ບໍລິຄໍາໄຊ 6 ຄົນ: ທັງໜົດມີປະຫັວດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄດ້ລາຍງານໃນວັນທີ 22 ກັນຍາ 2021 (ບ້ານທົ່ງນ້ອຍ, ເມືອງປາກຊັນ) ດັ່ງລຸ່ມນີ້: 01 ຄົນບ້ານສີວິໄລ, ເມືອງປາກຊັນ, 05 ຄົນ ບ້ານທົ່ງນອ້ຍ, ເມືອງປາກຊັນ (ເປັນຄອບຄົວດຽວກັນທັງໝົດ)

10. ຊຽງຂວາງ 3 ຄົນ: (ລາຍລະອຽດພາຍຫຼັງ)

11. ຫລວງນໍ້າທາ 1 ຄົນ: ສັນຊາດຈີນ

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 21,527 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,403 ຄົນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...