spot_img
Homeຂ່າວຕ່າງປະເທດໄວໜຸ່ມນູແວນເຊລັງ (New Zeland) ສອງຄົນໄດ້ລັກລອບເອົາໄກ່ທອດມາຂາຍໃນຊ່ວງປິດເມືອງລັອກດາວ

ໄວໜຸ່ມນູແວນເຊລັງ (New Zeland) ສອງຄົນໄດ້ລັກລອບເອົາໄກ່ທອດມາຂາຍໃນຊ່ວງປິດເມືອງລັອກດາວ

Published on

ເຈົ້າໜ້າທີ່ຕໍາຫຼວດນູແວນເຊລັງ ໄດ້ເຂົ້າຈັບກຸມໄວໜຸ່ມສອງຄົນ ໃນຂະນະທີ່ພວກເຂົາກໍາລັງລັກນໍາເອົາໄກ່ທອດຈໍານວນຫຼາຍເພື່ອຂົນເຂົ້າໄປໃນເມືອງໂອກແລນ ເຊິ່ງເປັນເມືອງທີ່ມີການລັອກດາວຂັ້ນສູງສຸດເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນເດລຕາ.

ໄວໜຸ່ມທັງສອງຄົນໄດ້ເດີນທາງມາຈາກເຂດແຮມິນຕັນທີ່ຕັ້ງຢູ່ຫ່າງຈາກເມືອງໂອກແລນປະມານ 120 ກິໂລແມັດ ເຊິ່ງໃນມື້ເກີດເຫດເຈົ້າໜ້າທີ່ຕໍາຫຼວດໄດ້ໂບກລົດຂອງທັງສອງຄົນເພື່ອຂໍກວດລົດ ແຕ່ວ່າໄວໜຸ່ມທັງສອງຄົນໄດ້ຂັບລົດຫຼົບໜີໄປໃນທັນທີ. ຢ່າງໃດກໍຕາມ ສຸດທ້າຍຕໍາຫຼວດກໍສາມາດຄວບຄຸມໂຕຂອງໄວໜຸ່ມທັງສອງຄົນໄດ້ ແລະ ກວດເຫັນໄກ່ທອດ KFC ເປັນຈໍານວນຫຼາຍກ່ອງ ແລະ ເງິນສົດປະມານ 100,000 ດອລລານູແວນເຊລັງ (ປະມານ 600,000,000 ກີບ) ຢູ່ໃນລົດ  ເຊິ່ງເຈົ້າໜ້າທີ່ຄາດການວ່າທັງສອງຈະນໍາເອົາໄກ່ທອດເຂົ້າໄປຂາຍຢູ່ໃນຕົວເມືອງ.

ແຫຼ່ງຂ່າວ: Khaosod

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...