spot_img
Homeຂ່າວພາຍ​ໃນດ່ວນທີ່ສຸດ! ແຈ້ງການ ເຫັນດີອະນຸຍາດ ໃຫ້ລັອກດາວນະຄອນຫຼວງວຽງຈັນ

ດ່ວນທີ່ສຸດ! ແຈ້ງການ ເຫັນດີອະນຸຍາດ ໃຫ້ລັອກດາວນະຄອນຫຼວງວຽງຈັນ

Published on

ແຈ້ງການ ຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລື່ອງທິດຊີ້ນຳຕໍ່ກັບສະພາບໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແລະ ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີ ມາຍັງ ທ່ານຊາບ ດັ່ງນີ້:

1. ເຫັນດີອະນຸຍາດໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ປະຕິບັດມາດຕະການປ້ອງກັນ, ຄວບ ຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນ ເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 19 ກັນຍາ ເຖິງເວລາ 24:00 ໂມງ ຂອງວັນທີ 30 ກັນຍາ 2021 ຕາມການສະເໜີ. ມອບໃຫ້ອົງການປົກຄອງນະຄອນ ຫຼວງວຽງຈັນ ອອກແຈ້ງການມາດຕະການລະອຽດ ແລະ ຖະແຫຼງຂ່າວ ໃຫ້ສັງຄົມຮັບຊາບ ຢ່າງກວ້າງຂວາງ ແລະ ທົ່ວເຖິງ.

  1. ມອບໃຫ້ຄະນະສະເພາະກິດ COVID-19 ຂັ້ນສູນກາງ ສົມທົບກັບອົງການປົກຄອງນະຄອນຫຼວງວຽງຈັນ ຮີບຮ້ອນດໍາເນີນການຮັບມື ແລະ ແກ້ໄຂສະພາບການລະບາດດັ່ງກ່າວ ເປັນຕົ້ນ ເລັ່ງຊອກຫາຜູ້ຕິດເຊື້ອ ແລະ ຜູ້ສໍາຜັດໃກ້ຊິດ ; ເພີ່ມຈຸດກວດຫາເຊື້ອ, ຈຸດໃຫ້ວັກຊີນ, ຫນ່ວຍກວດຫາເຊື້ອ ແລະ ໃຫ້ວັກຊີນເຄື່ອນທີ່ ກຽມ ແລະ ປັບປຸງ ສູນປິ່ນປົວ ແລະ ສູນຈໍາກັດບໍລິເວນ ເພື່ອຮອງຮັບຜູ້ຕິດເຊື້ອ ແລະ ຜູ້ສໍາຜັດໃກ້ຊິດ ໃຫ້ພຽງພໍ ແລະ ອື່ນໆ.
ໜັງສືແຈ້ງ ຈາກເຈົ້າຄອງນະຄອນຫຼວງວຽງຈັນ ເລື່ອງ ຂໍການເດີນທາງ ເຂົ້າ-ອອກ (Lock Down) ນະຄອນຫຼວງວຽງຈັນ ແຕ່ວັນທີ 19 – 30 ກັນຍາ 2021

ເນື່ອງຈາກການລາຍງານໂຕເລກການລະບາດຂອງເຊື້ອພະຍາດ COVID-19 ໃນຊຸມຊົນ ເພີ່ມຂຶ້ນເປັນ 247 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ຄັ້ງວັນທີ 18 ກັນຍາ 2021

ນະຄອນຫຼວງວຽງຈັນ ຂໍຖືເປັນກຽດຮຽນລາຍງານມາຍັງທ່ານຊາບ ແລະ ຂໍທິດຊີ້ນໍາ ດັ່ງນີ້:

  1. ໂຕເລກການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ເພີ່ມຂຶ້ນ ແລະ ກະຈາຍໄປຫຼາຍບ້ານ ຫຼາຍເມືອງ ໂດຍສະເພາະໃນວັນທີ 18 ກັນຍາ 2021 ມີຈໍານວນຜູ້ຕິດເຊື້ອໃຫມ່ເຖິງ 265 ກໍລະນີ, ໃນນັ້ນຫຼາຍກວ່າ 90% ແມ່ນກໍາມະກອນຈາກ ໂຮງງານຕັດຫຍິບອານຟີລາວ ຢູ່ບ້ານຫນອງທາເຫນືອ, ເມືອງຈັນທະບູລີ, ເຊິ່ງມີຄວາມສ່ຽງ ທີ່ຈະເກີດມີການແຜ່ລະບາດໃຫຍ່ໃນຮອບໃຫມ່ ແລະ ຈະຄວບຄຸມໄດ້ຍາກ ຢູ່ນະຄອນຫຼວງວຽງຈັນ;
  2. ເພື່ອຮັບປະກັນບໍ່ໃຫ້ພະຍາດ COVID-19 ແຜ່ລະບາດອອກເປັນວົງກວ້າງ ແລະ ກະຈາຍໄປທົ່ວພື້ນທີ່ນະຄອນຫຼວງວຽງຈັນ, ສະນັ້ນ ນະຄອນຫຼວງວຽງຈັນ ຈິ່ງຂໍສະເຫນີປິດການເດີນທາງພາຍໃນ ແລະ ເຂົ້າ-ອອກ (Lock Down) ນະຄອນຫຼວງວຽງຈັນ ຕາມຄໍາສັ່ງ 06/ນຍ, ລົງວັນທີ 29 ມີນາ ປີ 2020 ເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 19 ກັນຍາ ເຖິງເວລາ 24:00 ໂມງ ຂອງວັນທີ 30 ກັນຍາ 2021 ຄື:

  • ປິດການເດີນທາງພາຍໃນ ແລະ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ສະເພາະເຂດ 4 ເມືອງໃນ ຄື: ເມືອງຈັນທະບູລີ, ເມືອງສີໂຄດຕະບອງ, ເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ແລະ ບາງສ່ວນຂອງ 3 ເມືອງນອກ ຄື: ເມືອງໄຊທານີ (ປີດ ແຕ່ຂົວທ່າງ່ອນເຂົ້າມາ), ເມືອງຫາດຊາຍຟອງ (ປິດແຕ່ສວນວັດທະນະທໍາຊຽງຄວນເຂົ້າມາ), ເມືອງນາຊາຍທອງ (ປິດ ແຕ່ບ້ານສີເກີດເຂົ້າມາ). ຍົກເວັ້ນຜູ້ທີ່ມີຄວາມຈໍາເປັນ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ;
  • ປິດບັນດາໂຮງງານ, ຍົກເວັ້ນໂຮງງານທີ່ໄດ້ຜ່ານການກວດກາ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ;
  • ນໍາໃຊ້ໂຮງຮຽນຈໍານວນຫນຶ່ງ ເປັນສູນຈໍາກັດບໍລິເວນ ຂອງຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (C2);
  • ຍົກລະດັບມາດຕະການປັບໄຫມຕໍ່ຜູ້ລະເມີດ ຂຶ້ນສູ່ລະດັບສູງສຸດ ຄື: 3.000.000 ກີບ/ຄົນ/ຄັ້ງ ແລະ 10.000.000 ກີບ/ນິຕິບຸກຄົນ/ຄັ້ງ, ພ້ອມທັງ ດໍາເນີນຄະດີຕາມກົດຫມາຍ ແລະ ໃຫ້ຮັບຜິດຊອບຄ່າເສຍຫາຍຕ່າງໆ ທີ່ເກີດຂຶ້ນ;
  • ກະກຽມ ແລະ ປັບປຸງສູນປິ່ນປົວ ໃຫ້ສາມາດຮອງຮັບຜູ້ຕິດເຊື້ອໄດ້ໃນລະດັບ 1.000 ຕຽງ;
  • ເພີ່ມຈຸດກວດຫາເຊື້ອ, ຈຸດໃຫ້ວັກຊີນ, ຫນ່ວຍກວດຫາເຊື້ອ ແລະ ໃຫ້ວັກຊີນເຄື່ອນທີ່; ດັ່ງນັ້ນ, ຈິ່ງຮຽນສະເຫນີມາຍັງທ່ານ ເພື່ອພິຈາລະນາ ແລະ ໃຫ້ທິດຊີ້ນໍາຕາມທາງຄວນດ້ວຍ.

 

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...