spot_img
Homeຂ່າວພາຍ​ໃນອອກມາແລ້ວ! ມາດຕະການສືບຕໍ່, ຜ່ອນຜັນ ແລະຫ້າມໃນໄລຍະວັນທີ 16-30 ກັນຍາ 2021

ອອກມາແລ້ວ! ມາດຕະການສືບຕໍ່, ຜ່ອນຜັນ ແລະຫ້າມໃນໄລຍະວັນທີ 16-30 ກັນຍາ 2021

Published on

ອີງຕາມ ການຖະແຫຼງຂ່າວຂອງ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນໄລຍະວັນທີ 16-30 ກັນຍາ 2021.

ເນື່ອງຈາກການລະບາດໃນຊຸມຊົນ ໃນ ສປປ ລາວ ຍັງແຜ່ລະບາດເປັນວົງກ້ວາງ ສາເຫດຕົ້ນຕໍ່ກໍແມ່ນມາຈາກການເດີນທາງໄປມາ ລະຫວ່າງທ້ອງຖິ່ນຕໍ່ທ້ອງຖິ່ນ ໂດຍສະເພາະທ້ອງຖິ່ນ ທີ່ມີການລະບາດ ໃນຊຸມຊົນ ແລະການດຳເນີນກິດຈະກຳຕ່າງໆ ໃນສັງຄົມຢູ່ຫຼາຍບ່ອນ ແລະ ບຸກຄົນຈຳນວນໜຶ່ງຍັງບໍ່ທັນປະຕິບັດມາດຕະການຕ້ານ ແລະ ປ້ອງກັນໂຄວິດ-19 ໄດ້ຢ່າງຖືກຕ້ອງ ແລະເຂັ້ມງວດ. ສະນັ້ນ ໃນມື້ນີ້ ລັດຖະບານຈິ່ງອອກແຈ້ງການ 1177/ຫສນຍ ທີ່ໄດ້ກຳນົດມາດຕະການ ສຳລັບ 15 ວັນຕໍ່ໜ້າ ໂດຍເລີ່ມແຕ່ ເວລາ 00 ໂມງ ຂອງວັນທີ 16 ກັນຍາ ຫາ ວັນທີ 30 ກັນຍາ 2021 ເຊິ່ງໂດຍລວມແລ້ວແມ່ນລ້ວນແຕ່ບັນດາມາດຕະການ ທີ່ໄດ້ກຳນົດໃນແຈ້ງການເລກທີ 1094/ຫສນຍ ລົງວັນທີ 31 ສິງຫາ 2021.

ໂດຍມີ ມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດ ແລະ ມາດຕະການຜ່ອນຜັນ ດັ່ງນີ້:

1.ສຸມໃສ່ການສັກວັກຊີນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້ ຮີບຮ້ອນສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດ ມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃຫ້ຖືກຕ້ອງ ຕາມຫຼັກວິຊາການກ່ຽວຂ້ອງ

2.ສືບຕໍ່ປິດດ່ານທຸກປະເພດ ທາງບົກ-ທາງນໍ້າ

3.ສືບຕໍ່ໂຈະການອອກວິຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆ ຢູ່ ສປປ ລາວ ໃຫ້ຄົນຕ່າງປະເທດ.

4. ສືບຕໍ່ປິດຮ້ານບັນເທິງ, ສືບຕໍ່ປິດໂຮງສາຍຮູບເງົາ, ສືບຕໍ່ປິດຮ້ານສະປາ, ສືບຕໍ່ປິດຮ້ານຄາຣາໂອເກະ, ສືບຕໍ່ປິດຮ້ານອິນເຕີເນັດຄາເຟ, ສືບຕໍ່ປິດຮ້ານສະນຸກເກີ ແລະ ກາຊີໂນ, ຮ້ານເກມທຸກປະເພດໃນທົ່ວປະເທດ.

5. ຫ້າມເປີດຮ້ານນວດ ຮ້ານເສີມຄວາມງາມ ຕະຫຼາດກາງຄືນ ສວນອາຫານ ບ່ອນທ່ອງທ່ຽວ ໃນເຂດ ທີ່ມີການລະບາດໃນຊຸມຊົນ.

6. ຫ້າມບຸກຄົນເດີນທາງເຂົ້າ-ອອກ ໃນເຂດແດງ ຍົກເວັ້ນຜູ້ໄດ້ຮັບອະນຸຍາດ ແລະການຂົນສົ່ງສິນຄ້າ.

7. ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ, ຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະຫ້າມອອກກຳລັງກາຍຕາມສາທາລະນະ ຢູ່ເຂດທີ່ມີການລະບາດໃນຊຸມຊົນ.

8. ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມກາຍ 20 ຄົນ ເປັນຕົ້ນພິທີທາງສາສະໜາ.

ສຳລັບງານສົບ ງານເຮັດບຸນແຈກທານ ແມ່ນໃຫ້ປະຕິບັດຕາມຄຳແນະນຳ ຂອງຄະນະສະເພາະກິດ ເລກທີ 4291/ ສພກ ລົງວັນທີ 15 ກັນຍາ 2021

9. ຫ້າມຈັດງານສັງສັນ ຫຼື ຊຸມແຊວ

10. ຫ້າມກັກຕຸນ ແລະ ຂຶ້ນລາຄາສິນຄ້າ

11. ສືບຕໍ່ປິດການສັນຈອນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ມີການລະບາດໃນຊຸມຊົນ ຕັ້ງແຕ່ເວລາ 22:00 ໂມງ-05:00 ໂມງ ຍົກເວັນກໍລະນີຈຳເປັນ, ລົດຂົນສົ່ງ ແລະ ລົດເຈົ້າໜ້າທີ່ປະຕິບັດງານ.

12. ປິດການຮຽນການສອນສຳລັບການສືກສາທຸກຂັ້ນ ທຸກສາຍ, ສືບຕໍ່ການເລື່ອນການສອບເສັງ ອາຊີວະສຶກສາ ສ້າງຄູ ການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ມີການລະບາດໃນຊຸມຊົນ, ແຕ່ອະນຸຍາດໃຫ້ໂຮງຮຽນກິນນອນ ທີ່ບໍ່ມີການເຄື່ອນຍ້າຍນັກສຶກສາ ແລະພະນັກງານຄູອາຈານດຳເນີນ ການຮຽນການສອນໄດ້ ໂດຍຕ້ອງປະຕະບັດມາດຕະການ ແລະຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ.

13. ໃຫ້ບັນດາກະຊວງ ອົງການທຽບເທົ່າ ວິສາຫະກິດ ຢູ່ນະຄອນຫຼວງວຽງຈັນ ແລະບັນດາແຂວງຕ່າງໆ ພິຈາລະນາໃຫ້ພະນັກງານ ລັດຖະກອນ ກຳມະກອນ ຂອງຕົນມາປະຈຳການປ້ອງກະຕິຖ້າເຫັນວ່າ ຫ້ອງເຮັດວຽກສາມາດຮັບປະກັນ ການຮັກສາໄລຍະຫ່າງໄດ້.

ມາດຕະການຜ່ອນຜັນ:(ສຳລັບແຂວງທີ່ບໍ່ມີການລະບາດ)

  • ສືບຕໍ່ອະນຸຍາດໃຫ້ເປີດ ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຕະຫຼາດສົດ
  • ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ (ຫ້າມລູກຄ້າແອອັດຢູ່ຮ້ານ)
  • ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ ແລະ ຮ້ານກາເຟ
  • ສຶບຕໍ່ອະນຸຍາດໃຫ້ເປີດໂຮງຈັກໂຮງງານ
  • ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມຢູ່ສະຖານທີ່ນອກເຂດແດງ ສຶບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາ ແຕ່ 06:00 ໂມງ ຫາ 18:00 ໂມງ
  • ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ -ອອກ ຢູ່ພາຍໃນທ້ອງຖິ່ນທີ່ບໍ່ມີການລະບາດ
  • ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານ ທາງບົກ, ທາງນ້ຳ ແລະ ທາງອາກາດ
  • ສຶບຕໍ່ອະນຸຍາດໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າສາມາດສົ່ງສິນຄ້າ
  • ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ
  • ສືບຕໍ່ອະນຸຍາດໃຫ້ເປີດບໍລິການສູນກິລາໃນຮົ່ມ ແລະ ກາງແຈ້ງ
  • ສືບຕໍ່ອະນຸຍາດໃຫ້ເປີດຮ້ານນວດ

ມາດຕະການຕໍ່ຜູ້ລະເມີດ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ທີ່ລັດຖະບານ, ຄະນະສະເພາະກິດ, ກະຊວງ-ອົງການ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ວາງອອກ ແມ່ນດຳເນີນຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງຕາມແຕ່ກໍລະນີໜັກ ຫຼື ເບົາ.

ບົດຄວາມຫຼ້າສຸດ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...

ນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

ບັນຫານ້ຳຖ້ວມຂັງໃນຕົວເມືອງ-ຖ້ວມຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ(ນວ) ໃນລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນເປັນປະຈຳທຸກໆປີ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຮັດໃຫ້ການສັນຈອນເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ການຈັດຕັ້ງລັດ ແລະ ອື່ນໆ. ທ່ານ...

ຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມກະທັນຫັນໃນລັດເທັກຊັດ ເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ສູນຫາຍອີກ 160 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ: ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມໃນລັດເທັກຊັດ ສ.ອາເມລິກາ ຕັ້ງແຕ່ວັນທີ 4 ກໍລະກົດ 2025...

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...