Homeຂ່າວຕ່າງປະເທດປະທານາທິບໍດີຣັດເຊຍກັກໂຕເອງ ຫຼັງມີກຸ່ມຜູ້ຕິດຕາມຕິດໂຄວິດ-19

ປະທານາທິບໍດີຣັດເຊຍກັກໂຕເອງ ຫຼັງມີກຸ່ມຜູ້ຕິດຕາມຕິດໂຄວິດ-19

Published on

ເວັບໄຊ CNBC ລາຍງານ: ທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີຣັດເຊຍ ໄດ້ກັກໂຕເອງເພື່ອຕິດຕາມອາການ ພາຍຫຼັງສະມາຊິກໃນກຸ່ມຄະນະຜູ້ແທນຫຼາຍຄົນຕິດໂຄວິດ-19 ເຖິງແມ່ນທ່ານຈະມີສຸຂະພາບແຂງແຮງ ທັງ ບໍ່ມີພະຍາດປະຈຳຕົວ ແລະ ຜົນກວດໂຄວິດຈະອອກມາເປັນລົບກໍຕາມ.

ປະທານາທິບໍດີປູຕິນ ໄດ້ປຶກສາກັບທ່ານໝໍ ທັງຕັດສິນໃຈແຍກຕົນເອງພາຍຫຼັງພົບປະກັບປະທານາທິບໍດີຊີເຣຍໃນມື້ວັນຈັນຜ່ານມາ ພ້ອມຍົກເລີກການເດີນທາງໄປທາຈິກິສຖານ ເພື່ອເຂົ້າຮ່ວມກອງປະຊຸມດ້ານຄວາມໝັ້ນຄົງລະດັບພາກພື້ນທີ່ຈະຈັດຂຶ້ນໃນອາທິດນີ້ ແຕ່ຈະເຂົ້າຮ່ວມກອງປະຊຸມທາງວີດີໂອແທນ ເຊິ່ງການຕັດສິນໃຈແຍກຕົນເອງຂອງຜູ້ນຳຣັສເຊຍຄັ້ງນີ້ເພື່ອຫວັງໃຫ້ທ່ານມີສຸຂະພາບແຂງແຮງ ແລະ ຢູ່ຫ່າງໄກຈາກໄພໂຄວິດ.

ຢ່າງໃດກໍຕາມ, ການກັກໂຕເອງຂອງປະທານາທິບໍດີປູຕິນ ບໍ່ໄດ້ສົ່ງຜົນກະທົບໂດຍກົງຕໍ່ໜ້າວຽກຂອງທ່ານ ພຽງແຕ່ບໍ່ສາມາດດຳເນີນການພົບປະແບບຕົວຕໍ່ຕົວໄດ້ໄລຍະໜຶ່ງເທົ່ານັ້ນ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...