spot_img
Homeຂ່າວຕ່າງປະເທດຕຳຫຼວດໄທບຸກຈັບກຸ່ມໄວຮຸ່ນຈັດວັນເກີດຢູ່ພັດທະຍາ ມີຄົນລາວ 7 ຄົນຮ່ວມວົງ

ຕຳຫຼວດໄທບຸກຈັບກຸ່ມໄວຮຸ່ນຈັດວັນເກີດຢູ່ພັດທະຍາ ມີຄົນລາວ 7 ຄົນຮ່ວມວົງ

Published on

ເວັບໄຊຂ່າວສົດລາຍງານ: ເຈົ້າໜ້າທີ່ຕຳຫຼວດໄທໄດ້ເຂົ້າຈັບກຸມກຸ່ມໄວຮຸ່ນ 18 ຄົນທີ່ກຳລັງສະຫຼອງງານວັນເກີດ ຢູ່ພູລວິນລາແຫ່ງໜຶ່ງຂອງແຂວງຊົນບູລີ ຂໍ້ຫາລະເມີດມາດຕະການສຸກເສີນຂອງລັດຖະບານໄທ ພ້ອມມີຢາເສບຕິດໄວ້ຄອບຄອງ ໃນນັ້ນມີຄົນລາວຮ່ວມວົງນຳ 7 ຄົນ ແລະ ເຈົ້າຂອງວັນເກີດກໍເຄີຍຕິດເຊື້ອໂຄວິດ-19 ມາກ່ອນ.

ເຈົ້າໜ້າທີ່ຕຳຫຼວດເປີດເຜີຍວ່າ: ໃນວັນທີ 1 ກັນຍາຜ່ານມາ ມີພົນລະເມືອງດີໄດ້ໂທແຈ້ງວ່າມີໄວຮຸ່ມຫຼາຍຄົນລວມໂຕກັນຈັດງານວັນເກີດ ເຊິ່ງມີຄົນລາວຮ່ວມວົງນຳ, ທາງເຈົ້າໜ້າທີ່ຈິ່ງໄດ້ລົງກວດສອບພືນທີ່ ພົບໄວຮຸ່ນ 18 ຄົນ ເຊິ່ງເປັນຄົນໄທ 11 ຄົນ ແລະ ຄົນລາວ 7 ຄົນ ພ້ອມຢາເສບຕິດປະເພດຢາໄອ ມີນໍ້າໜັກ 0.51 ກຼາມ, ຢາອີ 4 ເມັດ,ຢາເຄຕາມິນ 0.25 ກຼາມ ແລະ ອຸປະກອນເສບຢາ ທັງກວດພົບນໍ້າປັດສະວະສີມ່ວງ 7 ຄົນ ໃນນັ້ນ 2 ຄົນເປັນຄົນລາວ.

ເຈົ້າໜ້າທີ່ໄດ້ນຳຕົວພວກກ່ຽວເຂົ້າກວດຫາເຊື້ອໂຄວິດ-19 ກ່ອນຈະດຳເນີນການຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...