spot_img
Homeຂ່າວພາຍ​ໃນລາຍລະອຽດປະຫວັດຜູ້ຕິດເຊື້ອໃໝ່ໃນຊຸມຊົນ ວັນທີ 13 ກັນຍາ 2021

ລາຍລະອຽດປະຫວັດຜູ້ຕິດເຊື້ອໃໝ່ໃນຊຸມຊົນ ວັນທີ 13 ກັນຍາ 2021

Published on

ຕາມຖະແຫຼງຂ່າວ ຂອງຄະນະສະເພາະກິດລາຍງານ ວັນທີ 13 ກັນຍາ 2021 ໃຫ້ຮູ້ວ່າ: ໄດ້ກວດວິເຄາະທັງໝົດ 3,425 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 198 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 104 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 94 ຄົນ ເຊິງ ມາຈາກ ແຂວງ ສະຫວັນນະເຂດ 39 ຄົນ, ສາລະວັນ 26 ຄົນ, ນະຄອນຫຼວງວຽງຈັນ 21 ຄົນ, ,ຈໍາປາສັກ 5 ຄົນ, ຫຼວງພະບາງ 2 ຄົນ ແລະ ໄຊຍະບູລີ 1 ຄົນ. ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.   

ສໍາລັບການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນມີລາຍລະອຽດດັ່ງນີ້:  

-ຄໍາມ່ວນ 43 ຄົນ:

  • ຕິດໃນຊຸມຊົນ ໃນເມືອງທ່າແຂກ ແຂວງຄຳມ່ວນ, ໃນນັ້ນເປັນກໍລະນີສຳພັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ 39 ຄົນ, ກໍລະນີຈາກຈຸດກັນກອງທີ່ມີຄວາມສ່ຽງສູງ 3 ຄົນ ແລະ ກໍລະນີສົງໃສ 1 ຄົນ
  • ໃນ 39 ຄົນມາຈາກ: 17 ບ້ານຂອງ ເມືອງທ່າແຂກ ມີ 38 ຄົນ ແລະ 5 ຄົນ ຈາກບ້ານສັງ ເມືອງເຊບັ້ງໄຟ

 

-ຈຳປາສັກ 25 ຄົນ: ຈາກເມືອງປະທຸມທັງໝົດ 25  ຄົນ ທີ່ເຊື່ອມໂຍງກັບໂຮງໝໍຊຸມຊົນເມືອງປະທຸມພອນທີ່ໄດ້ລາຍງານກ່ອນໜ້ານີ້ ຄື: ຊຸມຊົນ 25 ຄົນ ມາຈາກຈຸ້ມກໍລະນີທີ່ກ່ຽວຂ້ອງກັບ ໂຮງໝໍຊຸມຊົນເມືອງປະທູພອນຄື:

  • 1 ຄົນ ຈາກ ນ້ຳໃສເທີງ
  • 01 ຄົນ ຈາກ ບ້ານຫຼັກ 30
  • 19 ຈາກບ້ານ ໜອງປັກແຮດ
  • 03 ຄົນ ຈາກ ຫຼັກ 40
  • 01 ນະຄອນປາກເຊ

-ສະຫວັນນະເຂດ 13  ຄົນ:

  • ພະນັກງານແພດ 07 ຄົນ (ທ່ານໝໍ 03 ຄົນ, ແພດຊັ້ນສູງ 02 ຄົນ ແລະ ພະຍາບານ 02 ຄົນ), ເຂົ້າປະຈໍາການທີ ຢູ່ສູນຫຼັກ 9 ແລະ ອອກມາກັກໂຕ ຢູ່ບ້ານພັກດາລາວັນ (ທີມແພດ ມາຈາກເມືອງຕ່າງໆຄື: ເມືອງອຸທຸມພອນ 03 ຄົນ (ໂຮງໝໍທະຫານ 109);  ເມືອງທ່າປາທອງ 01 ຄົນ, ເມືອງອາດສະພອນ 01 ຄົນ, ເມືອງເຊໂປນ 01 ຄົນ ແລະ ເມືອງໄຊພູທອງ 01 ຄົນ))
  • 05 ຄົນ  ແມ່ນກຸ່ມສຳຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ໄດ້ລາຍງານ ໃນວັນທີ 11 ກັນຍາ 2021.
  • ບ້ານໂພນສະຫວ່າງເໜຶອ ມີ 01 ຄົນ (ພະນັກງານຂັບລົດ ບໍລິສັດຫຸມແພງ) ຜູ້ສຳຜັດໄກ້ຊິດ ກັບຜູ້ຕິດເຊື້ອ ຜ່ານມາ. 

-ຫຼວງພະບາງ 9 ຄົນ:

  • 01 ຄົນ ຢູ່ບ້ານຫ້ວຍຖໍ້າ, ເມືອງຈອມເພັດ ກັກໂຕຢູ່ບ້ານ ແລ້ວໄດ້ເກັບຕົວຢ່າງ ໃນວັນທີ 11 ກັນຍາ 2021 ແລະ ໃນວັນທີ 13 ກັນຍາ 2021 ຜົນກວດອອກເປັນຜົນບວກ
  • 02 ຄົນ ຢູ່ບ້ານຫ້ວຍຈີມ, ເມືອງງອຍ ທັງສອງຄົນເປັນຜົວເມຍກັນ ຊື່ງເປັນແຮງງານມາຈາກແຂວງວຽງຈັນ ແລະ ມາຮອດແຂວງຫລວງພະບາງ ໃນວັນທີ 25 ສີງຫາ 2021 ແລ້ວໄດ້ມາກັກໂຕ ຢູ່ສູນໂຮງຮຽນແພດ ແລະ ເກັບຕົວຢ່າງກວດສອງຄັ້ງ ແຕ່ຄັ້ງທີ່ 01 ເປັນຜົນລົບ ແລະ ຄັ້ງທີ່ສອງ ເກັບຕົວຢ່າງ ໃນວັນທີ 11 ກັນຍາ 2021 ແລະ ໃນວັນທີ 13 ກັນຍາ 2021 ຜົນກວດອອກເປັນຜົນບວກ
  • 06 ຄົນ ບ້ານໂພນໄຊ, ເມືອງນານ ທີ່ມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ເປັນກໍາມະກອນໂຮງເລື່ອຍ, ເມືອງປາກລາຍ, ແຂວງໄຊຍະບູລີ ທີ່ໄດ້ລາຍງານໃນວັນທີ 11 ກັນຍາ 2021

-ນະຄອນຫຼວງວຽງຈັນ 9 ຄົນ: ທັງໝົດ 9 ຄົນ ແມ່ນໄດ້ໄປຮ່ວມງານຊາປານາກິດສົບພີ່ນ້ອງທີ່ເສຍຊີວິດ ຢູ່ບ້ານ ສາງນ້ຳມັນ ເມືອງ ປາກເຊ ແຂວງຈຳປາສັກ ໃນວັນທີ່ 5 ກັນຍາ 2021ມີ 3 ຄອບຄົວຄື:

  • ຄອບຄົວທີ່ 01: ຕິດເຊື້ອ ມີ 03 ຄົນ (ຄຳສະຫວາດ 02 ຄົນ, ໂນນຄໍ້ 1, ມ. ໄຊເສດຖາ) , ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 07/09/2021
  • ຄອບຄົວທີ່ 02: ຕິດເຊື້ອ ມີ 02 ຄົນ, ອາຊີບຄ້າຂາຍຢູ່ຕະຫຼາດອົດຊີ ເມືອງ ສີໂຄດຕະບອງ, ບ້ານ ຢູ່ປັດຈຸບັນ ບ້ານ ດອນນົກຂຸ້ມ ເມືອງ ສີສັດຕະນາກ ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 09/09/2021
  • ຄອບຄົວທີ່ 03: ຕິດເຊື້ອ ມີ 04 ຄົນ, ດອນກະຊາຍ ເມືອງ ຫາດຊາຍຟອງ, ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 10/09/2021

 –ຫຼວງນໍ້າທາ 3 ຄົນ:

  • ຜູ້ທີ 01: ໄດ້ເດີນທາງໄປເຂດເສດຖະກິດພິເສດດ້ວຍຖ້ຽວບິນພິເສດຈາກ ນະຄອນຫຼວງວຽງຈັນ.
  • ຜູ້ທີ 02:  ຄົນຈີນເດີນທາງມາຈາກພະນົມເປັນ, ກໍາປູເຈຍ. ລາຍງານວ່າໄດ້ຂີ່ເຮືອຂ້າມມາວຽງຈັນ-ອຸດົມໄຊ-ຫຼວງນ້ຳທາ
  • ຜູ້ທີ 03: ໄດ້ເດີນທາງຈາກເມືອງ Sichuan – ຊຽງລາຍ ປະເທດໄທ  ລະເດີນທາງຈາກໄທເຂົ້າມາລາວ ຢູ່ເຂດພິເສດສາມຫຼ່ຽມທອງຄໍາ.

ບໍ່ແກ້ວ 1 ຄົນ:  ຈາກເມືອງຕົ້ນເຜີ້ງ

ເຊກອງ 1 ຄົນ: ຍັງສອບສວນຂໍ້ມູນລະອຽດ

ມາຮອດມື້ນີ້ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 17,555 ຄົນ, ເສຍຊີວິດສະສົມ16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,270ຄົນ.

ບົດຄວາມຫຼ້າສຸດ

ຫຼາຍເພຈໃນລາວຖືກແອບອ້າງ!

ເຕືອນໄພ! ທາງສື່ສັງຄົມອອນລາຍ ປັດຈຸບັນໄດ້ມີກຸ່ມຄົນບໍ່ດີ ຫຼື ມິດສາຊີບ ພະຍາຍາມສ້າງເພຈປອມຂອງສຳນັກຂ່າວຕ່າງໆຂຶ້ນຫຼາຍ. ເມື່ອ 2 ອາທິດທີ່ຜ່ານມານີ້, ຜູ້ນຳໃຊ້ສື່ສັງຄົມອອນລາຍພົບເຫັນເພຈປອມທີ່ແອບອ້າງເປັນເພຈຂອງສຳນັກຂ່າວເພື່ອຍິງໂຄສະນາຂາຍສິນຄ້າຕ່າງໆ ໂດຍໄດ້ນຳໃຊ້ໂລໂກ້, ພາບໜ້າປົກ, ຂໍ້ມູນຂ່າວລົງໃນເພຈປອມເພື່ອໃຫ້ຜູ້ອ່ານເຊື່ອຖື ຫຼັງຈາກນັ້ນແມ່ນຍິງໂຄສະນາ ແລະ...

ພະຍາກອນອາກາດ ເຊົ້າວັນທີ 28 ເມສາ 2025

ພາກເໜືອ-ພາກກາງກຽມຮັບມື ສະພາບອາກາດຮ້ອນ-ຮ້ອນເອົ້າ ອຸນຫະພູມສູງສຸດ 40 ອົົງສາ ຄວາມກົດດັນຕ່ຳຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງ, ຟ້າເຫລື້ອມໃນລະດັບຄ່ອຍຫາປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ. ພະຍາກອນອາກາດ ແຕ່ເວລາ 07...

ໂຫດຮ້າຍ! ຊາຍຊາວຈີນຖືກປະຕິເສດຮ່ວມຮັກກັບສາວປະເພດສອງຈຶ່ງລົງມືຄາຕະກຳສຸດໂຫດ

ຊາຍຊາວຈີນກໍ່ເຫດຄາຕະກຳສາວປະເພດສອງຢ່າງໂຫດຫ້ຽມ ທີ່ຈັງຫວັດຊົນບູລີ ປະເທດໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 26 ເມສາ 2025, ເຈົ້າໜ້າທີ່ຕຳຫຼວດເມືອງພັດທະຍາ  ໄດ້ຮັບແຈ້ງເຫດຄາຕະກຳ ພາຍໃນອາພາດເມັ້ນແຫ່ງໜຶ່ງ ຢູ່ອຳເພີບາງລະມຸງ ຈັງຫວັດຊົນບູລີ ຫຼັງໄດ້ຮັບແຈ້ງລາຍງານ ຈຶ່ງນຳກຳລັງກອງພິສູດຫຼັກຖານ ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ...