Homeຂ່າວຕ່າງປະເທດໂຄວິດ-19 ສາຍພັນ Mu ມາຮອດຍີ່ປຸ່ນແລ້ວ ຫຼັງລະບາດໃນອາເມລິກາໃຕ້ ແລະ ຢູໂຣບ

ໂຄວິດ-19 ສາຍພັນ Mu ມາຮອດຍີ່ປຸ່ນແລ້ວ ຫຼັງລະບາດໃນອາເມລິກາໃຕ້ ແລະ ຢູໂຣບ

Published on

ວັນທີ 2 ກັນຍາ 2021 ເວັບໄຊ້ Japan Times ລາຍງານວ່າ ກະຊວງສາທາລະນະສຸກຍີ່ປຸ່ນ ຖະແຫຼງວ່າ ໄດ້ກວດພົບໂຄວິດ-19 ສາຍພັນ Mu ເຊິ່ງອົງການອະນາໄມໂລກຈັດໃຫ້ເປັນສາຍພັນທີ່ຕ້ອງມີການສັງເກດການ (variant of interest) ເຊິ່ງກວດພົບຈາກ ຜູ້ທີ່ເດີນທາງມາຈາກຕ່າງປະເທດ 2 ລາຍ, ຜູ້ປ່ວຍລາຍທໍາອິດແມ່ນ ເພດຍິງ ອາຍຸ 40 ປີ ເຊິ່ງເດີນທາງມາຈາກສະຫະລັດອາຣັບເອມິເຣດ ເມື່ອວັນທີ 26 ມິຖຸນາ ແລະ ອີກລາຍໜຶ່ງແມ່ນ ເພດຍິງ ອາຍຸ 50 ປີ ເດີນທາງມາຈາກສະຫະລາດຊະອານາຈັກ ເມື່ອວັນທີ 5 ກໍລະກົດ ໂດຍທີ່ຮ່າງກາຍຂອງທັງສອງຄົນ ບໍ່ໄດ້ສະແດງອາການເຈັບໄຂ້.


ໂຄວິດ-19 ສາຍພັນ Mu ຫຼື B.1.621 ພົບຄັ້ງທໍາອິດໃນປະເທດໂຄລອມເບຍ ເມື່ອເດືອນ ມັງກອນ ທີ່ຜ່ານມາ ກ່ອນທີ່ຈະມີການແຜ່ລະບາດໃນອັບຟຣິກາໃຕ້ ແລະ ຢູໂຣບ. ເຊິ່ງຂະນະນີ້ ແມ່ນກວດພົບການແຜ່ລະບາດຂອງ Mu ບໍ່ຕໍ່າກວ່າ 40 ປະເທດ
ອົງການອະນາໄມໂລກລະບຸວ່າ ສາຍພັນດັ່ງກ່າວມີການກາຍພັນທີ່ຊີ້ວ່າ ມີແນວໂນ້ມທີ່ສາມາດຫຼີກລ່ຽງພູມຄຸ້ມກັນ ຫຼື ຕໍ່ຕ້ານຕໍ່ວັກຊີນ.

ຢ່າງໃດກໍຕາມ, ຈໍາເປັນຕ້ອງມີການສຶກສາເພີ່ມຕື່ມຕໍ່ໄປ ເພື່ອທໍາຄວາມເຂົ້າໃຈກ່ຽວກັບການແຜ່ເຊື້ອ ແລະ ຄວາມສາມາດໃນການຫຼີກລ່ຽງພູມຄຸ້ມກັນຂອງເຊື້ອສາຍພັນດັ່ງກ່າວ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...