spot_img
Homeຂ່າວພາຍ​ໃນສະຫວັນນະເຂດສືບຕໍ່ລັອກດາວພ້ອມຄຸມເຂັ້ມປ້ອງກັນການລະບາດໂຄວິດໃນຊຸມຊົນ

ສະຫວັນນະເຂດສືບຕໍ່ລັອກດາວພ້ອມຄຸມເຂັ້ມປ້ອງກັນການລະບາດໂຄວິດໃນຊຸມຊົນ

Published on

ແຂວງສະຫວັນນະເຂດສືບຕໍ່ລັອກດາວພ້ອມຄຸມເຂັ້ມມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນແຂວງ ເນື່ອງຈາກຈຳນວນຜູ້ຕິດເຊື້ອໃນຊຸມຊົນເພີ່ມຂຶ້ນເຖິງ 80 ກໍລະນີ ໃນ 24 ບ້ານ ຂະນະທີ່ສະພາບການແຜ່ລະບາດຍັງຢູ່ໃນເກນທີ່ບໍ່ສາມາດຄວບຄຸມໄດ້.

ອີງຕາມແຈ້ງການທີ່ອອກໂດຍເຈົ້າແຂວງສະຫວັນນະເຂດ ໃນວັນທີ 23 ສິງຫາວ່າດ້ວຍການສືບຕໍ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການລະບາດພະຍາດໂຄວິດ-19 ໂດຍສັ່ງຫ້າມບໍ່ໃຫ້ມີການເດີນທາງເຂົ້າ-ອອກເຂດທີ່ມີການຕິດເຊື້ອ (ເຂດແດງ) ແລະ ເຂດທີ່ມີຄວາມສ່ຽງ (ເຂດເຫຼືອງ) ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງທ້ອງຖິ່ນ, ຫ້າມຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເດີນທາງໄປເຂດນອກເດັດຂາດ, ທັງຫ້າມບໍ່ໃຫ້ມີການຈັດຊຸມນຸມທີ່ມີຄົນເຂົ້າຮ່ວມຫຼາຍກວ່າ 10 ຄົນ, ສືບຕໍ່ໂຈະການຮຽນ-ການສອນນັບແຕ່ລະດັບອະນຸບານຈົນເຖິງຂັ້ນມະຫາວິທະຍາໄລ, ພ້ອມໃຫ້ສືບຕໍ່ປິດກິດຈະການຊົ່ວຄາວໃນຂອບເຂດນະຄອນໄກສອນພົມວິຫານ ຍົກເວັ້ນຮ້ານອາຫານແຕ່ຕ້ອງບໍລິການແບບຊື້ໄປກິນຢູ່ເຮືອນ ທັງສືບຕໍ່ໂຈະການຂົນສົ່ງໂດຍສານທຸກປະເພດ.

ເນື່ອງຈາກສະພາບການລະບາດພະຍາດໂຄວິດ-19 ໃນຊຸມຊົນຂອງນະຄອນໄກສອນພົມວິຫານນັບແຕ່ວັນທີ 2 ສິງຫາມາເຖິງປັດຈຸບັນມີຈຳນວນເພີ່ມຂຶ້ນ 80 ກໍລະນີ, ກວມ 24 ບ້ານ ເຊິ່ງສະພາບການລະບາດຂອງພະຍາດດັ່ງກ່າວຍັງບໍ່ສາມາດຄວບຄຸມໄດ້ໃນປັດຈຸບັນ ແລະ ຍັງມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະວັນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...