spot_img
Homeຂ່າວພາຍ​ໃນລາຍງານ 22 ສິງຫາ ຕິດເຊື້ອໃນຊຸມຊົນ +81 ຄົນ ນຳເຂົ້າ 224 ຄົນ

ລາຍງານ 22 ສິງຫາ ຕິດເຊື້ອໃນຊຸມຊົນ +81 ຄົນ ນຳເຂົ້າ 224 ຄົນ

Published on

ອີງຕາມການລາຍງານຂ່າວ ຂອງຄະນະສະເພາະກິດປະຈຳວັນທີ 22 ສິງຫາ 2021 ໃຫ້ຮູ້ວ່າ: ສປປ ລາວ ໄດ້ກວດວິເຄາະທັງໝົດ 2,723 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 305 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 81 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ບໍ່ແກ້ວ (ຕົ້ນເຜິ້ງ) 29 ຄົນ  ແລະ ສະຫວັນນະເຂດ 52 ຄົນ.

ສ່ວນ ກໍລະນີນໍາເຂົ້າ ມີ 224 ຄົນ ຈາກ ຈຳປາສັກ 13​4 ຄົນ, ສະຫວັນນະເຂດ 33 ຄົນ, ສາລະວັນ 22 ຄົນ, ຄຳມ່ວນ 20 ຄົນ, ນະຄອນຫຼວງ 12 ຄົນ ແລະ ຫຼວງພະບາງ 3 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ສຳລັບ ແຂວງສະຫວັນນະເຂດ ທີ່ຕິດເຊື້ອໃນຊຸມຊົນ 52 ຄົນນັ້ນ, ໃນນັ້ນ ເປັນຜູ້ຕິດເຊື້ອຢູ່ສະຖານທີ່ຄຸມຂັງ 02 ແຫ່ງ ຈໍານວນ ເຖິງ 43 ຄົນ, ສ່ວນອີກ 07 ຄົນ ແມ່ນເປັນຜູ້ສໍາຜັດໃກ້ຊິດກັບກໍາມະກອນ ສົ່ງນໍ້າ ເພດຊາຍ, ອາຍຸ 33 ປີ, ອາຊີບກໍາມະກອນ, ພະນັກງານໂຮງງານ KP Build 1 ຄົນ ແລະ ອີກ 01 ຄົນ ທາງທີມແພດແຂວງສະຫວັນນະເຂດກໍາລັງຕິດຕາມພົວພັນຜູ້ກ່ຽວຢູ່  ແລ້ວຈະແຈ້ງໃຫ້ບັນດາທ່ານຊາບຕື່ມໃນພາຍຫຼັງ.

ສໍາລັບ ແຂວງ ບໍ່ແກ້ວຕິດເຊື້ອໃນຊຸມຊົນ 29 ຄົນ, ໃນນັ້ນ 17 ຄົນ ແມ່ນ ຈາກບ້ານໃຫຍ່ສີເມືອງງາມ 16 ຄົນ ແລະ ຈາກບ້ານນໍ້າເກີ່ງ 1 ຄົນ ເຊິງເປັນແມ່ຄ້າຂາຍເຄື່ອງຢູ່ຕະຫລາດບ້ານໃຫຍ່ສີເມືອງງາມ ແລະ ອີກ 12 ຄົນ ແມ່ນມາຈາກເຂດສາມລ່ຽມຄໍາ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 12,469 ຄົນ, ຄົນເຈັບເສຍຊີວິດສະສົມ 11 ຄົນ (ໃໝ່ 0 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 4,520 ຄົນ.

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...