Homeຂ່າວຕ່າງປະເທດນາຍົກລັດຖະມົນຕີນິວຊີແລນສັ່ງລັອກດາວທົ່ວປະເທດ ຫຼັງພົບຜູ້ຕິດເຊື້ອໃໝ່ 1 ຄົນ

ນາຍົກລັດຖະມົນຕີນິວຊີແລນສັ່ງລັອກດາວທົ່ວປະເທດ ຫຼັງພົບຜູ້ຕິດເຊື້ອໃໝ່ 1 ຄົນ

Published on

ນິວຊີແລນ ປະກາດລັອກດາວຂັ້ນສູງສຸດ ທັງປະເທດ 3 ມື້ ຫຼັງຈາກພົບຜູ້ຕິດເຊື້ອໂຄວິດ 1 ຄົນ ຫຼັງຈາກບໍ່ມີລາຍງານຜູ້ຕິດເຊື້ອເປັນເວລາ 6 ເດືອນ,ນາຍົກລັດຖະມົນຕີ ນິວຊີແລນແຈ້ງຕ້ອງໃຊ້ມາດຕະການເຂັ້ມງວດຢ່າງດ່ວນ.

ວັນທີ 17 ສິງຫາ ເວັບໄຊ້ ABC News ລາຍງານວ່າ: ທ່ານ ນາງ ຈາຊິນດາ ອາດເດີນ (Jacinda Ardern) ນາຍົກລັດຖະມົນຕີ ນິວຊີແລນ ປະກາດລັອກດາວທົ່ວປະເທດ ເປັນເວລາ 3 ມື້ ນັບແຕ່ທ່ຽງຄືນ ຂອງເວລາທ້ອງຖິ່ນເປັນຕົ້ນໄປ.

ພ້ອມທັງຢືນຢັນວ່າ: ຜູ້ປ່ວຍດັ່ງກ່າວ ແມ່ນຕິດເຊື້ອສາຍພັນເດວຕ້າ ເຊິ່ງມີແນວໂນ້ມຮຸນແຮງ ແລະແຜ່ເຊື້ອໄດ້ງ່າຍ, ດັ່ງນັ້ນ ລັດຖະບານຕ້ອງປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນຢ່າງເຂັ້ມງວດ ໃຫ້ທັນການຢ່າງໄວທີ່ສຸດ ເພາະທີ່ຜ່ານມາການປະຕິບັດແບບນີ້ແມ່ນປະສົບຜົນສຳເລັດຕະຫຼອດ ໃນນິວຊີແລນ.

ສຳລັບມາດຕະການລັອກດາວແມ່ນ ປະຊາຊົນ ສາມາດອອກໄປຂ້າງນອກໄດ້ສະເພາະໄປຊື້ເຄື່ອງ ແລະ ອອກກຳລັງກາຍເຂດບໍລິເວນໃກ້ບ້ານ ເທົ່ານັ້ນ.

ເຊິ່ງຜູ້ຕິດເຊື້ອໂຄວິດ 1 ຄົນ ນັ້ນແມ່ນເພດຊາຍ ອາຍຸ 58 ປີ ເລີ່ມມີອາການວັນທີ 14 ສິງຫາ ທີ່ຜ່ານມາ ການສອບຖາມແມ່ນຍັງບໍ່ຮູ້ແຫຼ່ງທີ່ມາຂອງເຊື້ອມາແຕ່ໃສ.

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...