spot_img
Homeຂ່າວພາຍ​ໃນບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 13 ສິງຫາ 2021

ບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 13 ສິງຫາ 2021

Published on

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 9.668 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 305 ຄົນ, ເສຍຊີວິດສະສົມທັງໝົດ 09 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 4.108 ຄົນ.

ໃນວັນທີ 13 ສິງຫາ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 2.918 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 305 ຄົນ, ຕິດເຊື້ອພາຍໃນຊຸມຊົນຈໍານວນ 20 ຄົນຈາກ ແຂວງ ນະຄອນຫຼວງ 07 ຄົນ, ບໍ່ແກ້ວ (ເມືອງຕົ້ນເຜີ້ງ) 06 ຄົນ, ສະຫວັນນະເຂດ 01 ຄົນ, ເຊກອງ 01 ຄົນ ແລະ ຈໍາປາສັກ 05 ຄົນ ແລະ ຕິດເຊື້ອກໍລະນີນໍາເຂົ້າຈໍານວນ 285 ຄົນ ຈາກ ນະຄອນຫຼວງວຽງຈັນ 129 ຄົນ, ບໍ່ແກ້ວ 01 ຄົນ, ສະຫວັນນະເຂດ 66 ຄົນ, ບໍລິຄໍາໄຊ 01 ຄົນ, ຄໍາມ່ວນ 19 ຄົນ, ສາລະວັນ 13 ຄົນ ແລະ ຈໍາປາສັກ 56 ຄົນ. ສໍາລັບຜູ້ຕິດເຊື້ອໃນຊຸມຊົນໃນ 05 ແຂວງນັ້ນ ແມ່ນມີປະຫວັດສໍາຜັດກັບຜູ້ຕິດເຊື້ອເກົ່າ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...