spot_img
Homeຂ່າວພາຍ​ໃນບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 12 ສິງຫາ 2021

ບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 12 ສິງຫາ 2021

Published on

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 9.363 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 202 ຄົນ, ເສຍຊີວິດສະສົມທັງໝົດ 09 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 4.087 ຄົນ.

ໃນວັນທີ 11 ສິງຫາ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 2.413 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 202 ຄົນ, ຕິດເຊື້ອພາຍໃນຊຸມຊົນຈໍານວນ 12 ຄົນຈາກ ແຂວງ ນະຄອນຫຼວງ 01 ຄົນ, ວຽງຈັນ 02 ຄົນ, ສະຫວັນນະເຂດ 06 ຄົນ, ເຊກອງ 01 ຄົນ ແລະ ຈໍາປາສັກ 02 ຄົນ ແລະ ຕິດເຊື້ອກໍລະນີນໍາເຂົ້າຈໍານວນ 190 ຄົນ ຈາກ ນະຄອນຫຼວງວຽງຈັນ 34 ຄົນ, ສະຫວັນນະເຂດ 27 ຄົນ, ບໍລິຄໍາໄຊ 03 ຄົນ, ສາລະວັນ 08 ຄົນ ແລະ ຈໍາປາສັກ 118 ຄົນ. ສໍາລັບຜູ້ຕິດເຊື້ອໃນຊຸມຊົນໃນ 05 ແຂວງນັ້ນ ແມ່ນມີປະຫວັດສໍາຜັດກັບຜູ້ຕິດເຊື້ອເກົ່າ.

  • ລາຍລະອຽດ ແລະ ປະຫັວດການເຄື່ອນໄຫວຂອງຜູ້ເສຍຊີວິດກໍລະນີທີ 09 ຂອງ ສປປ ລາວ
    ເພດຍິງ, ອາຍຸ 28​ ປີ, ອາຊີບ ກຳມະກອນ, ບ້ານສົ້ມໂຮງ ເມືອງໂຂງ ແຂວງຈຳປາສັກ ເຊິ່ງເປັນແຮງງານທີ່ກັບມາຈາກປະເທດໄທ. ຜູ້ກ່ຽວຖືພາ ອາຍຸຄັນ 5 ເດືອນ. ວັນທີ 17 ກໍລະກົດ 2021 ຜູ້ກ່ຽວມາຮອດຊາຍແດນວັງເຕົ່າຊ່ອງເມັກ ແລະ ໄດ້ເກັບຕົວຢ່າງຢູ່ດ່ານ ແລະ ນຳສົ່ງໄປສູນຈຳກັດບໍລິເວນ. ວັນທີ 19 ກໍລະກົດ 2021​ ຜົນກວດວິເຄາະພົບເຊື້ອ COVID-19 ຈຶ່ງນຳສົ່ງເຂົ້າສະຖານທີ່ປິ່ນປົວທີ່ກຳນົດໄວ້. ວັນທີ 1 ສິງຫາ 2021 ເລິ່ມມີອາການໄຂ້, ໄອ ແລະ ຫາຍໃຈຝຶດ ອາການຂອງຜູ້ກ່ຽວ ຊຸດໂຊມລົງເລື້ອຍໆ ຈາກການສ່ອງລັງສີປອດ ເຫັນວ່າເນື້ອປອດ ຖືກທຳລາຍຢ່າງຮຸນແຮງທັງສອງຂ້າງ, ໜ້າທີ່ການຂອງຕັບຖືກທຳລາຍ ບົ່ງບອກເຖິງການຕິດເຊື້ອຢ່າງຮຸນແຮງ. ແພດໝໍ, ພະຍາບານ ໄດ້ຕິດຕາມການປິ່ນປົວຢ່າງໃກ້ຊິດ ແຕ່ອາການຜູ້ກ່ຽວບໍ່ດີຂຶ້ນ ມີແຕ່ໜັກໄປໜ້າເລື້ອຍໆ. ໃນວັນທີ 8 ສິງຫາ 2021 ລູກໃນທ້ອງບໍ່ເໜັງຕິງ. ວັນທີ 10​ ສິງຫາ 2021 ຜູ້ກ່ຽວອິດເມື່ອຍຫຼາຍ, ຄວາມດັນເລືອດຕ່ຳ ແພດໝໍ ແລະ ພະຍາບານ ໄດ້ສຸມທຸກກຳລັງຊ່ວຍຜູ້ກ່ຽວຢ່າງສຸດຄວາມສາມາດ ຈົນຮອດເວລາ 6 ໂມງເຊົ້າຂອງວັນທີ 11 ສິງຫາ 2021 ຜູ້ກ່ຽວໄດ້ເສຍຊີວິດລົງ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...