Homeຂ່າວພາຍ​ໃນລັດ​ຖະ​ບານ​ສະ​ເໜີ​ວາ​ລະ​ແຫ່ງ​ຊາດ 2 ສະ​ບັບເນັ້ນການແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ ແລະ ປັນຫາຢາເສບຕິດ

ລັດ​ຖະ​ບານ​ສະ​ເໜີ​ວາ​ລະ​ແຫ່ງ​ຊາດ 2 ສະ​ບັບເນັ້ນການແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ ແລະ ປັນຫາຢາເສບຕິດ

Published on

ລັດ​ຖະ​ບານ​ສະ​ເໜີ​ວາ​ລະ​ແຫ່ງ​ຊາດວ່າ​ດ້ວຍ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ-ການ​ເງິນ ແລະ ວາ​ລະ​ແຫ່ງ​ຊາດ ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດ ໂດຍສຸມ​ໃສ່​ແກ້​ໄຂ 2 ບັນ​ຫາ​ດັ່ງ​ກ່າວ​ໃຫ້​ຜ່ອນ​ຄາຍ​ລົງ​ຢ່າງ​ຈະ​ແຈ້ງ ດ້ວຍ​ການ​ປັບ​ປຸງ​ນະ​ໂຍ​ບາຍກໍ​ຄື​ກົນ​ໄກ​ຄຸ້ມ​ຄອງ​ໃນ​ບາງ​ດ້ານ​ທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ​ ແນ​ໃສ່​ສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ດ້ານ​ເສດ​ຖະ​ກິດ-ການ​ເງິນ ແລະ ຄວາມ​ສະ​ຫງົບ​ໃນ​ສັງ​ຄົມ ໂດຍເນັ້ນທີ່ເນັ້ນ​ເດັດ​ຂາດ, ໂປ່ງ​ໃສ ແລະ ມື​ອາ​ຊີບ.

ກອງ​ປະ​ຊຸມ​ວິ​ສາ​ມັນ​ເທື່ອ​ທີ 1 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ IX ໃນ​ວັນ​ທີ 5 ສິງ​ຫາ 202, ທ່ານພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີໄດ້​ສະ​ເໜີ​ວາ​ລະ​ແຫ່ງ​ຊາດ 2 ສະ​ບັບ​ໂດຍ​ຫຍໍ້​ໃຫ້ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ (ສ​ສ​ຊ) ພິ​ຈາ​ລະ​ນາ ເຊິ່ງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນອກ​ຈາກ​ຈະ​ຢຶດ​ໝັ້ນ​ຕາມຫຼັກ​ການ​ນຳ​ພາ​ຂອ​ງ​ພັກ ແລະ ການ​ຄຸ້ມ​ຄອງ​ດ້ວຍ​ລະ​ບຽບ​ກົດ​ໝາຍ​ແລ້ວຍັງ​ຕ້ອງ​ເນັ້ນ​ຕໍ່ຫຼັກ​ການ​ສະ​ເພາະ​ເຊັ່ນ: “ເດັດ​ຂາດ, ໂປ່ງ​ໃສ ແລະ ມື​ອາຊີບ”.

ສຳ​ລັບວຽກຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສັງລວມແລ້ວແມ່ນ: (ໜຶ່ງ) ສົ່ງເສີມການຜະລິດເພື່ອທົດແທນການນຳເຂົ້າ ແລະ ຜະ​ລິດເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບທີ່ເຂັ້ມແຂງ (ຫັນປ່ຽນຈາກສັງຄົມຊົມໃຊ້ ຫຼາຍກວ່າໄປສູ່ສັງຄົມການຜະລິດຫຼາຍຂຶ້ນ). (ສອງ) ສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບງົບປະມານ. (ສາມ) ສົ່ງເສີມການປະຢັດ, ຕ້ານການຟຸ່ມເຟືອຍ ແລະ ຍົກສູງປະສິດທິຜົນ ການລົງທຶນ-ລາຍຈ່າຍງົບປະມານ ແລະ ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ. ສໍາລັບດ້ານການປະຢັດແມ່ນຈະປັບປຸງນິຕິກໍາ ໃນການນໍາໃຊ້ລົດປະຈໍາຕໍາແໜ່ງ ແລະ ລົດບໍລິຫານລັດ, ການໃຊ້ຈ່າຍງົບປະມານບໍລິຫານລັດ, ການຮັບແຂກ, ການເຄື່ອນໄຫວວຽກງານ ແລະ ການຈັດງານບຸນຕ່າງໆ ໃນການຈັດຕັ້ງພັກ-ລັດ ແຕ່ລະຂັ້ນ ທີ່ນໍາໃຊ້ງົບປະມານຂອງລັດ ໃຫ້ມີຄວາມເປັນເອກະພາບກັນ. ສໍາລັບການລົງທຶນ ແມ່ນຈະປັບປຸງນະໂຍບາຍການລົງທຶນຂອງລັດໃຫ້ສອດຄ່ອງ, ມີຈຸດສຸມ ແລະ ຮັບປະກັນທາງດ້ານປະສິດທິຜົນ. (ສີ່) ສ້າງສະຖຽນລະພາບດ້ານການເງິນ. (ຫ້າ) ຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດໝາຍ ໂດຍຈະປັບປຸງຮ່າງກົດໝາຍ, ນະໂຍບາຍ ແລະ ກົນໄກຕ່າງໆ ໃຫ້ຄ່ອງຕົວກວ່າເກົ່າ. ສໍາລັບວຽກຈຸດສຸມໃຫຍ່ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍສັງ ລວມແລ້ວແມ່ນ: (ໜຶ່ງ) ສ້າງຄວາມຮັບຮູ້ເຂົ້າໃຈຜົນຮ້າຍຂອງຢາເສບຕິດໃຫ້ແກ່ສັງຄົມ ທັງສຶກສາອົບຮົມ, ໂຄສະນາເຜີຍແຜ່ ແນວທາງນະໂຍບາຍຕ່າງໆຂອງພັກ-ລັດ ເຮົາ; (ສອງ) ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ. (ສາມ) ປັບປຸງ ກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດຂອງອົງການປົກປ້ອງກົດໝາຍ, ອົງການຕຸລາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາຢາເສບຕິດ. (ສີ່) ຍົກສູງປະສິດທິພາບ ດ້ານການຄຸ້ມຄອງ ແລະ ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານ. (ຫ້າ) ປັບປຸງຂີດຄວາມສາມາດ ໃນການແກ້ໄຂບັນຫາຢາເສບຕິດ ທີ່ເກີດຂຶ້ນຢູ່ໃນຄວາມຮັບຜິດຊອບຂອງຕົນຂອງການຈັດຕັ້ງຕ່າງໆກ່ຽວຂ້ອງ ແລະ (ຫົກ) ເພີ່ມທະວີວຽກງານການຮ່ວມມືສາກົນ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີກ່າວ​ວ່າ: ຈຸດປະສົງລວມຂອງວາລະແຫ່ງຊາດ ແມ່ນສຸມໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດຂອງປະເທດ ໃຫ້ຜ່ອນຄາຍລົງຢ່າງຈະແຈ້ງ ດ້ວຍການປັບປຸງນະໂຍບາຍ ກໍຄືກົນໄກການຄຸ້ມຄອງໃນບາງດ້ານ ທີ່ມີລັກສະນະບຸກທະລຸ ແນໃສ່ສ້າງຄວາມເຂັ້ມແຂງໃນດ້ານເສດຖະກິດ-ການເງິນ ແລະ ຄວາມສະຫງົບຂອງສັງຄົມ ເປັນກ້າວໆ ໂດຍໄດ້ກໍານົດເວລາເປັນ 2 ປີ ເຄິ່ງ (ແຕ່ປີກາງປີ 2021 ຫາ 2023). ຫຼັງຈາກນັ້ນ ຈະໄດ້ປະເມີນຄືນຜົນການຈັດຕັ້ງປະຕິບັດຕົວຈິງຜ່ານມາ ບົນພື້ນຖານນັ້ນເພື່ອກໍານົດທິດທາງໃນຕໍ່ໜ້າຕາມເຫັນສົມຄວນ. ຂໍ້ມູນຈາກ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...