spot_img
Homeຂ່າວການຊ່ວຍເຫຼືອລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອລາວ ເພື່ອຕ້ານການແຜ່ລະບາດຂອງໂຄວິດ-19

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອລາວ ເພື່ອຕ້ານການແຜ່ລະບາດຂອງໂຄວິດ-19

Published on

Embassy of Japan in Laos ສະຖານທູດຍີ່ປຸ່ນປະຈໍາ ສປປລາວ ໄດ້ໃຫ້ຮູ້ວ່າ: ໃນວັນທີ 3 ສິງຫາ ທີ່ຜ່ານມາ ລັດຖະບານຍີ່ປຸ່ນ ໄດ້ຕັດສິນໃຈໃນກອງປະຊຸມຍີ່ປຸ່ນ ຂອງຄະນະລັດຖະບານວ່າ ເຫັນດີຊ່ວຍເຫຼືອລັດຖະບານລາວໃນພາວະສຸກເສີນ ລວມມີ ເຄື່ອງຜະລິດອົກຊິເຈນ ຈຳນວນ 100 ເຄື່ອງ, ເຄື່ອງດູດຂີ້ສະເຫຼດ 100 ເຄື່ອງ, ເຄື່ອງຕິດຕາມອາການຊີວິດ 100 ເຄື່ອງ ເຊິ່ງເປັນມູນຄ່າ 710,000  ໂດລາສະຫະລັດ.

ໃນຕົ້ນເດືອນ ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ປະກາດຢ່າງເປັນທາງການ ວ່າຈະສົ່ງວັກຊີນ Astrazeneca ຈຳນວນ 600,000 ໂດສ ໃຫ້ແກ່ລາວ ເຊິ່ງປັດຈຸບັນ ວັກຊີນດັ່ງກ່າວ ກຳລັງເດີນທາງມາ ສປປ ລາວ ແລ້ວ ແລະ ຈະມາຮອດໃນໄວໆນີ້.

ລັດຖະບານຍີ່ປຸ່ນຈະຄອຍຊ່ວຍເຫຼືອ ສປປ ລາວ ໃຫ້ຜ່ານພົ້ນວິກິດໂຄວິດ ຄັ້ງນີ້ໄປໃຫ້ໄດ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...