spot_img
Homeຂ່າວພາຍ​ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳຖືກປິດການເຂົ້າ-ອອກ 15 ວັນ

ເຂດເສດຖະກິດພິເສດສາມຫຼ່ຽມຄຳຖືກປິດການເຂົ້າ-ອອກ 15 ວັນ

Published on

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ອອກແຈ້ງການສັ່ງປິດການເດີນທາງເຂົ້າ-ອອກ ເຂດເສດຖະກິດພິເສດສາມຫຼ່ຽມຄຳເປັນເວລາ 15 ວັນ ເນື່ອງຈາກກໍລະນີກວດພົບຜູ້ຕິດເຊື້ອໂຄວິດ-19 ຢູ່ແຂວງຫຼວງນໍ້າທາ ແລະ ຄຳມ່ວນ ເຊິ່ງເປັນກໍລະນີທີ່ເດີນທາງຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳ, ທັງນີ້ກໍເພື່ອເປັນການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ ບໍ່ໃຫ້ມີການແຜ່ລະບາດເປັນວົງກວ້າງ.

ການປິດການເດີນທາງເຂົ້າ-ອອກ ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳດັ່ງກ່າວ ແມ່ນເລີ່ມແຕ່ວັນທີ 1 ສິງຫາ ຈົນເຖິງວັນທີ 15 ສິງຫາ, ຂະນະທີ່ທາງເຈົ້າໜ້າທີ່ແພດໝໍກໍໄດ້ຮີບຮ້ອນປະສານງານກັບພາກສ່ວນກ່ຽວຂ້ອງເພື່ອຄົ້ນຫາຜູ້ສຳຜັດໃກ້ຊິດກັບກໍລະນີຕິດເຊື້ອດັ່ງກ່າວ ເພື່ອແຍກຕົວ ແລະ ກວດຫາເຊື້ອ ຫຼື ປິ່ນປົວໃຫ້ທັນເວລາ.

ສ່ວນຈຸດກວດກາຕ່າງໆ ລວມທັງບ້ານທີ່ຢູ່ໃກ້ຄຽງເຂດຊາຍແດນ, ຫຼື ຕິດກັບເຂດທີ່ມີຄວາມສ່ຽງກໍໄດ້ເພີ່ມທະວີໃນການຕິດຕາມ, ກວດກາການລັກລອບເຂົ້າ-ອອກເຂດດັ່ງກ່າວຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...