spot_img
Homeຂ່າວຕ່າງປະເທດສາຍພັນເດວຕ້າຮ້າຍແຮງຕໍ່ເນື່ອງ! ລະບາດແລ້ວສາມແຂວງໃນຈີນ

ສາຍພັນເດວຕ້າຮ້າຍແຮງຕໍ່ເນື່ອງ! ລະບາດແລ້ວສາມແຂວງໃນຈີນ

Published on

ສຳນັກຂ່າວ BEIJING: ໃນວັນທີ 29 ກໍລະກົດຜ່ານມາ ຈີນມີການລາຍງານການລະບາດໂຄວິດ-19 ທີ່ເກີດຈາກສາຍພັນເດວຕ້າໃນສາມແຂວງ ຍ້ອນການແຜ່ເຊື້ອຂອງກຸ່ມຜູ້ເດີນທາງຈາກສະໜາມບິນທາງທິດຕາເວັນອອກ ເຖິງແມ່ນຈະມີການກວດຫາເຊື້ອຢ່າງລະອຽດ ພ້ອມສັກວັກຊີນແລ້ວກໍຕາມ.

ການແຜ່ລະບາດເກີດຂຶ້ນພາຍຫຼັງພະນັກງານ 9 ຄົນທີ່ເຮັດວຽກໃນສະໜາມບິນໜານຈິງ ກວດພົບເຊື້ອໂຄວິດ ໃນວັນທີ 20 ກໍລະກົດຜ່ານມາ ເຊິ່ງທາງການຈີນກໍໄດ້ຮີບຮ້ອນກວດຫາເຊື້ອໂຄວິດໃນກຸ່ມຄົນທີ່ກ່ຽວຂ້ອງ ພ້ອມສັກວັກຊີນໃຫ້ປະຊາຊົນເປັນຈຳນວນຫຼາຍ. ຂະນະທີ່ມີການກວດພົບການຕິດເຊື້ອໃນສະໜາມບິນ ກໍມີລາຍງານຈຳນວນຜູ້ຕິດເຊື້ອໃນແຂວງຈຽງຊູ 171 ລາຍ, ພ້ອມກັນນີ້ ສາຍພັນເດວຕ້າຍັງມີການລະບາດໄປສູ່ແຂວງຕ່າງໆອີກ ໂດຍສະເພາະກໍແມ່ນບັນດາແຂວງທີ່ມີຊາຍແດນຕິດຈອດກັບປະເທດມຽນມາ.

ແຂວງຈຽງຊູໄດ້ປະກາດລັອກດາວເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ ພ້ອມເລັ່ງກວດຫາເຊື້ອຄັ້ງໃຫຍ່ໃຫ້ປະຊາຊົນ 9 ລ້ານກວ່າຄົນເປັນຄັ້ງທີສອງ, ສ່ວນແຂວງເສສວນທີ່ຕັ້ງຢູ່ພາກຕາເວັນອອກສ່ຽງໃຕ້ຂອງປະເທດກໍມີລາຍງານຜູ້ຕິດເຊື້ອລາຍໃໝ່ 3 ລາຍໃນມື້ວານນີ້, ສ່ວນປັກກິ່ງແມ່ນກວດພົບແລ້ວ 1 ລາຍ.

ຢ່າງໃດກໍຕາມ, ຜູ້ປ່ວຍທີ່ກວດພົບເຊື້ອໂຄວິດໃນການລະບາດຮອບໃໝ່ສ່ວນໃຫຍ່ແມ່ນໄດ້ສັກວັກຊີນຄົບສອງເຂັມແລ້ວ ອັນໄດ້ສ້າງຄວາມກັງວົນເລື່ອງປະສິດທິພາບຂອງວັກຊີນໃນການຮັບມືກັບເຊື້ອກາຍພັນ ຂະນະທີ່ຈີນກຳລັງເລັ່ງສັກວັກຊີນໃຫ້ພົນລະເມືອງຂອງຕົນໃຫ້ໄດ້ປະມານ 65% ຂອງຈຳນວນປະຊາກອນທັງໝົດໃນທ້າຍປີນີ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...