spot_img
Homeນານາສາລະອົງການອະນາໄມໂລກເຕືອນ ໄວໜຸ່ມທີ່ໃຊ້ຢາສູບໄຟຟ້າສ່ຽງຕິດຢາສູບໃນອະນາຄົດ

ອົງການອະນາໄມໂລກເຕືອນ ໄວໜຸ່ມທີ່ໃຊ້ຢາສູບໄຟຟ້າສ່ຽງຕິດຢາສູບໃນອະນາຄົດ

Published on

ວັນທີ 28 ກໍລະກົດ 2021 ສໍານັກຂ່າວ ໂພສທູເດ ໄດ້ລາຍງານວ່າ Tedros Adhanom ຜູ້ອໍານວຍການອົງການອະນາໄມໂລກ (WHO) ໄດ້ອອກມາເຕືອນວ່າ ເຖິງວ່າຫຼາຍປະເທດ ຈະມີຄວາມຈະເລີນກ້າວໜ້າໃນການຕໍ່ຕ້ານການສູບຢາ ແຕ່ວ່າການຫັນມາເຮັດການຕະຫຼາດຢາສູບໄຟຟ້າໃນກຸ່ມໄວໜຸ່ມ ອາດສົ່ງຜົນເສຍຕໍ່ສຸຂະພາບໃນອະນາຄົດໄດ້, ຄໍາເຕືອນຈາກຜູ້ອໍານວຍການ WHO ມາພ້ອມກັບການເປີດເຜີຍ ລາຍງານການແພ່ລະບາດຂອງຢາສູບປະຈໍາປີ 2021 ເຊິ່ງເປັນການສຶກສາລໍາດັບທີ່ 8 ຂອງ WHO ວ່າດ້ວຍຄວາມກ້າວໜ້າຂອງການຄວບຄຸມການຈໍາໜ່າຍຢາສູບ ແລະ ຜະລິດຕະພັນນິໂຄຕິນທົ່ວໂລກ.

ລາຍງານເຫັນວ່າ ປີນີ້ມີຜູ້ຄົນຈາກທົ່ວໂລກ ທີ່ຢູ່ໃນມາດຕະການຄວບຄຸມຢາສູບຂອງອົງກອນອະນາໄມໂລກເພີ່ມຂຶ້ນຈາກປີ 2007 ເຖິງ 4 ເທົ່າ ແລະ ມີໄວໜຸ່ມທີ່ນໍາໃຊ້ຢາສູບໄຟຟ້າ ມີໂອກາດສູງເຖິງ 3 ເທົ່າທີ່ຈະໃຊ້ຢາສູບໃນອະນາຄົດ.

ອົງກອນອະນາໄມໂລກຍັງພົບວ່າມີ 84 ປະເທດ ໄດ້ຫ້າມຈໍາໜ່າຍຢາສູບໄຟຟ້າ ແລະ ອີກ 79 ປະເທດນັ້ນ ໄດ້ມີຂໍ້ຈໍາກັດໃນການໂຄສະນາ ແລະ ຫ້າມຈໍາໜ່າຍຢາສູບໄຟຟ້າໃນທີ່ສາທາລະນະ.

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...