Homeຂ່າວການພັດທະນານາຍົກເນັ້ນພາກລັດໃຫ້ຄວາມສໍາຄັນໃນການສົ່ງເສີມຄວາມຫຼາກຫຼາຍທາງເສດຖະກິດ

ນາຍົກເນັ້ນພາກລັດໃຫ້ຄວາມສໍາຄັນໃນການສົ່ງເສີມຄວາມຫຼາກຫຼາຍທາງເສດຖະກິດ

Published on

ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນພາກລັດ ແລະ ພາກທຸລະກິດໃຫ້ຄວາມສໍາຄັນໃນການສົ່ງເສີມຄວາມຫຼາກຫຼາຍທາງດ້ານເສດຖະກິດ ເພື່ອສົ່ງເສີມການປັບຕົວທາງເສດຖະກິດ ເພື່ອຮັບມືກັບຜົນກະທົບຂອງການລະບາດໂຄວິດ-19 ກໍຄືການພັດທະນາເສດຖະກິດຂອງປະເທດຢ່າງຍືນຍົງ ແລະ ມີສ່ວນຮ່ວມ.

ລັດຖະບານມີຄວາມມຸ່ງໝັ້ນໃນການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ໂດຍການເພີ່ມມາດຕະການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ, ການລົງທຶນຂອງລັດໃນໂຄງລ່າງພື້ນຖານ ເພື່ອສ້າງໃຫ້ມີສິນຄ້າສົ່ງອອກທີ່ຫຼາກຫຼາຍ, ເພີ່ມຜະລິດຕະພາບຂອງພາກທຸລະກິດ ແລະ ຫຼຸດຜ່ອນຕົ້ນທຶນຄ່າໃຊ້ຈ່າຍໃນການດໍາເນີນທຸລະກິດ ດ້ວຍການປັບປຸງກົນໄກການຄຸ້ມຄອງຂອງພາກລັດ ແລະ ປັບປຸງຂັ້ນຕອນການອະນຸຍາດຕ່າງໆໃຫ້ສະດວກ, ວ່ອງໄວ ແລະ ໂປ່ງໃສ, ທ່ານນາຍົກລັດຖະມົນຕີກ່າວໃນກອງປະຊຸມທຸລະກິດລາວ ຄັ້ງທີ 13 ເພື່ອທົບທວນການຈັດຕັ້ງປະຕິບັດການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ, ເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນ ສປປ ລາວ, ທີ່ຈັດຂຶ້ນໃນວັນທີ 28 ກໍລະກົດ 2021 ທີ່ນະຄອນຫຼວງວຽງຈັນ.

ໄລຍະຜ່ານມາລັດຖະບານກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະຖານເພື່ອຫຼຸດຜ່ອນຜົນກະທົບ ຈາກການລະບາດຂອງໂຄວິດ-19 ກໍຄື ການການຈັດຕັ້ງປະຕິບັດມາດຕະການອັນຮີບດ່ວນ ເພື່ອປົກປ້ອງແຮງງານ ແລະ ທຸລະກິດ ຈາກຜົນກະທົບທີ່ຮ້າຍແຮງທີ່ສຸດ ເຊິ່ງເກີດມາຈາກການຖົດຖອຍຂອງເສດຖະກິດ, ລວມທັງການຍົກເວັ້ນ ແລະ ການເລື່ອນຊໍາລະພາສີ-ອາກອນ, ມາດຕະການປ່ອຍເງິນກູ້ດອກເບ້ຍຕໍ່າ, ການຈ່າຍເງິນຊົດເຊີຍໃຫ້ແຮງງານໃຫ້ແກ່ຜູ້ຫວ່າງງານໃນລະບົບປະກັນສັງຄົມ ແລະ ອື່ນໆ.

ຂໍ້ມູນຈາກ: Lao National Radio 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...