Homeຂ່າວທ້ອງຖິ່ນນໍ້າຖ້ວມບ້ານເຮືອນ ປະຊາຊົນ ພາຍໃນເມືອງຫຼວງນໍ້າທາ

ນໍ້າຖ້ວມບ້ານເຮືອນ ປະຊາຊົນ ພາຍໃນເມືອງຫຼວງນໍ້າທາ

Published on

ຕາມ ແຟນເພສ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ລາຍງານໃຫ້ຮູ້ວ່າ: ເກີດນໍ້າຖ້ວມບາງເຂດພາຍ ໃນແຂວງຫຼວງນໍ້າທາ ເນື່ອງຈາກສະພາບອາກາດມີຝົນຕົກໜັກ ນັບແຕ່ວັນທີ 19-21 ກໍລະກົດ 2021 ນີ້ ເຮັດໃຫ້ມີນໍ້າປ່າໄຫຼຊຸ, ນໍ້າຖ້ວມອັ່ງ, ດິນເຈື່ອນ, ນໍ້າປ່າໄຫຼນອງ ເຊິ່ງເປັນສາເຫດເຮັດໃຫ້ສາຍນໍ້າຕ່າງໆມີລະດັບນໍ້າເພີ້ມຂຶ້ນຢ່າງວ່ອງໄວ.

ເວລາ 8:30 ໂມງ ຂອງວັນທີ 21 ກໍລະກົດ 2021 ລະດັບນໍ້າທາ ວັດແທກໄດ້ 7,92 ແມັດ ເຊິ່ງກາຍເຂດອັນຕະລາຍແລ້ວ (ເຂດອັນຕະລາຍ 7,50 ແມັດ), ເຊິ່ງເຮັດໃຫ້ນໍ້າທາລົ້ນຝັ່ງ ເຂດບ້ານໃໝ່, ບ້ານຂອນ, ບ້ານຫຼວງ, ບ້ານວຽງໃຕ້, ບ້ານປ່າສັກ ແລະ ບ້ານອື່ນໆທີ່ຢູ່ລຽບສາຍນໍ້າທາ.

ປະຈຸບັນ, ລະດັບນໍ້າຍັງເພີ້ມສູງຂຶ້ນເລື້ອຍໆ ເນື່ອງຈາກສະພາບອາກາດຍັງມີຝົນຕົກກະຈາຍຢູ່ທົ່ວໄປ ໃນທົ່ວແຂວງ. ສະນັ້ນ, ຈຶ່ງແຈ້ງເຕືອນມາຍັງພໍ່ແມ່ປະຊາຊົນ ທີ່ອາໃສຢູ່ລຽບແຄມນໍ້າ ເປັນຕົ້ນແຄມນໍາທຸງ, ນໍ້າທາ, ນໍ້າມະ, ນໍ້າຂອງ ແລະ ສາຍນໍ້າອື່ນໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບນໍ້າປ່າໄຫຼນອງ ແລະ ນໍ້າຖ້ວມພື້ນທີ່ຕໍ່າ ແລະ ອື່ນໆ ເຊີ່ງອາດສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນ.

ເພື່ອປ້ອງກັນຜົນກະທົບທີ່ອາດເກີດຂຶ້ນ ຄວນເກັບເຄື່ອງຂອງ ຂອງທ່ານໄປໄວ້ໃນທີ່ປອດໄພ ແລະ ຈົ່ງຕິດຕາມການລາຍງານສະພາບອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຫຼື ອຸຕຸນິນົມ ແລະ ອຸທົກກະສາດ ແຂວງຫຼວງນໍ້າທາ ຈະລາຍງານເປັນປະຈໍາ: https://www.facebook.com/lnt.donre.mh

ຕາມ Lao National Radio ລາຍງານໃຫ້ຮູ້ວ່າ:  ຫຼາຍບ້ານພາຍໃນເມືອງຫຼວງນໍ້າ ແຂວງຫລວງນ້ຳທາ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ.

ໃນວັນທີ 21 ກໍລະກົດ 2021, ພາຍຫຼັງມີຝົນຕົກໜັກຕິດຕໍ່ກັນມາເປັນເວລາຫຼາຍວັນ ເຮັດໃຫ້ນໍ້າປ່າແລະ ແມ່ນໍ້າຫຼາຍສາຍເພີ້ມຂື້ນຢ່າງໄວວາ ໄຫຼເຂົ້າຖ້ວມເຮືອນ, ໄຮ່, ນາ, ຮົ້ວສວນ ປະຊາຊົນ ຫຼາຍບ້ານພາຍໃນເມືອງຫຼວງນໍ້າທາຄື: ບ້ານຫຼວງ, ບ້ານຂອນ, ດອນຄູນ, ທ່າອໍ້, ນໍ້າແງ້ນ, ນາລື ແລະ ບ້ານໃໝ່.

ຕໍ່ກັບເຫດການດັ່ງກ່າວ ກອງບັນຊາ ການທະຫານແຂວງຫຼວງນໍ້າທາ ໄດ້ນໍາເອົາກໍາລັງອ້າຍນ້ອງກອງຮ້ອຍ 28, ກອງຮ້ອຍ 25 ແລະ ນັກຮຽນນາຍສີບ ຈໍານວນ 150 ກວ່າຄົນ ເຂົ້າໄປຂົນເຄື່ອງຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ເຊີ່ງນໍາພາໂດຍ ພັນໂທ ບຸນຄໍາ ຈັນວິວັນຕໍ ຮອງຫົວໜ້າຫ້ອງເສນາທິການທະຫານ ແຂວງຫຼວງນໍ້າທາ.

ສ່ວນຜົນເສຍຫາຍໃນຄັ້ງນີ້ ຍັງບໍ່ສາມາດປະເມີນມຸນຄ່າໄດ້.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...