spot_img
Homeຂ່າວພາຍ​ໃນແຮງງານລາວທີ່ເດີນທາງກັບຄືນປະເທດກວ່າ 15% ຕິດໂຄວິດ-19

ແຮງງານລາວທີ່ເດີນທາງກັບຄືນປະເທດກວ່າ 15% ຕິດໂຄວິດ-19

Published on

ແຮງງານລາວທີ່ເດີນທາງກັບຄືນປະເທດກວ່າ 15 ເປີເຊັນ ຕິດໂຄວິດ-19 ພ້ອມເຂົ້າປິ່ນປົວທີ່ໂຮງໝໍຫຼາຍແຫ່ງໃນບັນດາແຂວງຕ່າງໆ ເຊິ່ງໄດ້ເພີ່ມຄວາມສ່ຽງທັງເປັນໄພຂົ່ມຂູ່ຕໍ່ການແຜ່ເຊື້ອ ແລະ ລະບາດເປັນວົງກວ້າງພາຍໃນປະເທດ.

ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວໃນໂອກາດຖະແຫຼງຂ່າວທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນມື້ນີ້ວ່າ: ສະພາບການລະບາດໃນຊຸມຊົນພາຍໃນປະເທດຂອງພວກເຮົາຫຼຸດຜ່ອນລົງ ກໍຍ້ອນມີມາດຕະການທີ່ເຂັ້ມງວດຂອງຄະນະສະເພາະກິດ ແລະ ການປະກອບສ່ວນຂອງທຸກພາກສ່ວນໃນສັງຄົມ ແຕ່ເຖິງປານນັ້ນ ພວກເຮົາຍັງມີຄວາມສ່ຽງສູງຕໍ່ການແຜ່ເຊື້ອ ເນື່ອງຈາກປັດຈຸບັນ ມີແຮງງານລາວເດີນທາງກັບຄືນປະເທດເປັນຈຳນວນຫຼາຍ. ໃນນັ້ນ, ຈາກການເກັບຕົວຢ່າງກວດຫາເຊື້ອພົບວ່າແຮງງານຈຳນວນດັ່ງກ່າວນັ້ນ ມີອັດຕາການຕິດເຊື້ອຫຼາຍກວ່າ 15%.

ທ່ານ ດຣ. ສະໜອງ ທອງຊະນະ ກ່າວຕື່ມວ່າ: ເມື່ອສະພາບເປັນເຊັ່ນນັ້ນ, ພວກເຮົາຈໍາເປັນຕ້ອງໄດ້ເອົາໃຈໃສ່ໃນດ້ານວຽກງານການກັ່ນຕອງ, ການກວດຫາເຊື້ອຢ່າງເຄັ່ງຄັດ ແລະ ຮຽກຮ້ອງໃຫ້ພໍໍ່ແມ່, ປະຊາຊົນ ຊ່ວຍເປັນຫູເປັນຕາໃນການລາຍງານເຈົ້າໜ້າທີ່ ເມື່ອພົບເຫັນຜູ້ທີ່ເດີນທາງເຂົົ້າມາລາວໂດຍບໍ່ຖືກຕ້ອງຕາມລະບຽບຫຼັກການ, ທັງນີ້ກໍເພື່ອຈະໄດ້ມີການເກັບຕົວຢ່າງ ແລະ ຈຳກັດບໍລິເວນ ເພື່ອຕັດວົງຈອນການລະບາດ ບໍ່ໃຫ້ແຜ່ລາມໄປສູ່ຊຸມຊົນ.

ປັດຈຸບັນ, ທາງຄະນະສະເພາະກິດຈະມີການສົມທົບ ແລະ ຊຸກຍູ້ໃຫ້ບັນດາແຂວງ ໃນການກະກຽມໂຮງໝໍພາກສະໜາມ ແລະ ສະຖານທີ່ຈຳກັດບໍລິເວນ ໂດຍສະເພາະ ບັນດາແຂວງທີ່ມີຊາຍແດນຕິດຈອດກັບປະເທດໃກ້ຄຽງ ເພື່ອຮອງຮັບແຮງງານລາວທີ່ເດີນທາງກັບຄືນປະເທດໃຫ້ພຽງພໍ.

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...