spot_img
Homeຂ່າວຕ່າງປະເທດນັກວິໄຈໄດ້ເປີດເຜີຍວ່າກໍລະນີຕິດເຊື້ອສອງສາຍພັນພ້ອມກັນແມ່ນມີຄວາມເປັນໄປໄດ້ສູງ

ນັກວິໄຈໄດ້ເປີດເຜີຍວ່າກໍລະນີຕິດເຊື້ອສອງສາຍພັນພ້ອມກັນແມ່ນມີຄວາມເປັນໄປໄດ້ສູງ

Published on

ເວັບໄຊ້ Thairath ໄດ້ລາຍງານເຖິງການເສຍຊີວິດຂອງແມ່ເຖົ້າຄົນໜຶ່ງທີ່ເສຍຊີວິດເມື່ອເດືອນມີນາທີ່ຜ່ານມາໃນປະເທດແບນຊິກ ໂດຍທີ່ຍັງບໍ່ທັນໄດ້ຮັບວັກຊີນໃດໆ ແມ່ເຖົ້າຄົນດັ່ງກ່າວຕິດເຊື້ອໂຄວິດ ແລະ ໄດ້ຮັບການປິ່ນປົວໃນໂຮງໝໍພຽງແຕ່ 5 ມື້ກໍເສຍຊີວິດ.

ຫຼັງຈາກທີ່ເສຍຊີວິດທາງເຈົ້າໜ້າທີ່ທາງການແພດໄດ້ເຂົ້າກວດສອບເພື່ອເບິ່ງວ່າເປັນການຕິດເຊື້ອສາຍພັນປະເພດໃດ ແລະ ໄດ້ພົບວ່າແມ່ເຖົ້າຄົນດັ່ງກ່າວນີ້ຕິດເຊື້ອໂຄວິດ-19 ສອງສາຍພັນພ້ອມກັນນັ້ນກໍຄືສາຍພັນອາລຟ້າ ແລະ ສາຍພັນເບຕາພ້ອມກັນ ໂດຍທາງທີມແພດໄດ້ຕັ້ງຂໍສົງໄສວ່າການຕິດເຊື້ອໂຄວິດຂອງແມ່ເຖົ້າຄົນນີ້ອາດຈະມາຈາກການຮັບເຊື້ອໂຄວິດ-19 ຈາກສອງຄົນທີ່ຕິດເຊື້ອສອງສາຍພັນແຕກຕ່າງກັນ ແຕ່ກໍຍັງບໍ່ທັນໄດ້ຮູ້ສາເຫດທີ່ແທ້ຈິງວ່າຕິດເຊື້ອມາຈາກບ່ອນໃດ ເຊິ່ງນັບວ່າເປັນຄົນທໍາອິດທີ່ມີຫຼັກຖານຢືນຢັນຊັດເຈນເຖິງການຕິດເຊື້ອພ້ອມກັນທັງສອງສາຍພັນໃນຄາວດຽວ ເຊິ່ງພົບໄດ້ຢາກແຕ່ກໍມີໂອກາດທີ່ຈະເກີດຂື້ນໄດ້ ໂດຍຈະມີການນໍາເຄສຂອງແມ່ເຖົ້າຄົນນີ້ເຂົ້າໃນເວທີປະຊຸມວິຊາການນານາຊາດກ່ຽວກັບໂລກຕິດຕໍ່ ແລະ ຈຸລະຊີວິທະຍາພາກພື້ນເອີຣົບຂອງປີນີ້.

 

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...