spot_img
Homeຂ່າວໂຄວິດ-19ສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 09 ກໍລະກົດ 2021

ສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 09 ກໍລະກົດ 2021

Published on

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 2,537 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 68 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 1 ຄົນ ແລະ ຕິດເຊື້ອໃນກໍລະນີນໍາເຂົ້າ 67 ຄົນ, ເສຍຊີວິດສະສົມທັງໝົດ 3 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 427 ຄົນ.

ໃນວັນທີ 08 ກໍລະກົດ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 1,460 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 68 ຄົນ ໂດຍມີການຕິດເຊື້ອໃນຊຸມຊົນຈາກແຂວງວຽງຈັນ 1 ຄົນ ແລະ ຕິດເຊື້ອໃນຜູ້ເດີນທາງເຂົ້າມາຈາກປະເທດໃກ້ຄຽງມີ 67 ຄົນ ຈາກແຂວງນະຄອນຫຼວງ 7 ຄົນ, ສະຫວັນນະເຂດ 40 ຄົນ, ຈໍາປາສັກ 19 ຄົນ, ຄໍາມ່ວນ 1 ຄົນ. ສໍາລັບກໍລະນີຕິດເຊື້ອໃນຊຸມຊົນຂອງແຂວງວຽງຈັນແມ່ນມີປະຫວັດສໍາຜັດກັບຜູ້ຕິດເຊື້ອເກົ່າ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...