spot_img
Homeຂ່າວໂຄວິດ-19ທົ່ວໂລກກໍາລັງເຝົ້າລະວັງການລະບາດຂອງແລມດາ (Lambda) ໂຄວິດ-19 ສາຍພັນໃໝ່

ທົ່ວໂລກກໍາລັງເຝົ້າລະວັງການລະບາດຂອງແລມດາ (Lambda) ໂຄວິດ-19 ສາຍພັນໃໝ່

Published on

ໃນຫຼາຍໆປະເທດທົ່ວໂລກໃນຊ່ວງນີ້ຍັງຖືໄດ້ວ່າຢູ່ໃນຂັ້ນວິກິດກ່ຽວກັບການລະບາດຂອງພະຍາດໂຄວິດ-19 ໃນຫຼາຍໆສາຍພັນ ແລະ ມີອີກສາຍພັນໜຶ່ງທີ່ກໍາລັງເປັນທີ່ເຝົ້າລະວັງຂອງຫຼາຍປະເທດນັ້ນກໍຄື: ໂຄວິດ-19 ສາຍພັນແລມດາ (Lambda) ທີ່ເປັນໂຄວິດກາຍພັນສາຍພັນໃໝ່ທີ່ຕ້ອງມີການລະວັງເຖິງການລະບາດທີ່ຮຸນແຮງຫຼາຍກວ່າສາຍພັນເດລຕາ.

ສໍາລັບໂຄວິດ-19 ສາຍພັນແລມດານີ້ແມ່ນເລີ່ມເປັນທີ່ຮູ້ຈັກໃນຊ່ວງເດືອນມິຖຸນາ 2021 ທີ່ຜ່າມາ ເຊິ່ງກວດພົບເຊື້ອຄັ້ງທໍາອິດຢູ່ທີ່ປະເທດເປຣູ ແລະ ມີການລາຍງານເຖິງການແຜ່ລະບາດທີ່ໄວ ລວມທັງຄົນທີ່ຕິດເຊື້ອໂຄວິດ-19 ຈາກປະເທດເປຣູສ່ວນໃຫຍ່ 80% ແມ່ນຕິດເຊື້ອສາຍພັນແລມດາ.

ໃນໄລຍະເວລາພຽງ 4 ອາທິດ ໂຄວິດ-19 ສາຍພັນແລມດາກໍສາມາດແຜ່ກະຈາຍໄປເຖິງ 30 ປະເທດໃນທົ່ວໂລກ ແລະ ມີຄວາມຮ້າຍແຮງທາງດ້ານການຕິດເຊື້ອໄວກວ່າສາຍພັນເດລຕາ ເຊິ່ງສາມາດທົນຕໍ່ວັກຊີນໄດ້ຫຼາຍກວ່າໄວຣັສຊະນິດອື່ນໆ.

ໂຄວິດ-19 ສາຍພັນແລມດາມີການປ່ຽນແປງທີ່ຫຼາກຫຼາຍຮູບແບບເຮັດໃຫ້ມັນແຜ່ເຊື້ອໄດ້ງ່າຍ ແລະ ມີພູມຕ້ານທານຕໍ່ກັບໂປຣຕີນຕ້ານເຊື້ອໂຣກໃນຮ່າງກາຍມະນຸດ ແລະ ໂຄວິດ-19 ສາຍພັນແລມດາກໍຖືກຈັດໃຫ້ເປັນສາຍພັນທີ່ເຝົ້າລະວັງ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...