Homeຂ່າວຕ່າງປະເທດອິນເດຍ ແລະ ສະຫະລັດອາເມລິກາ ກໍາລັງພົບກັບບັນຫາອີກຢ່າງໜຶ່ງທີ່ຕໍ່ເນື່ອງມາຈາກການຕິດໂຄວິດ-19

ອິນເດຍ ແລະ ສະຫະລັດອາເມລິກາ ກໍາລັງພົບກັບບັນຫາອີກຢ່າງໜຶ່ງທີ່ຕໍ່ເນື່ອງມາຈາກການຕິດໂຄວິດ-19

Published on

ໃນເດືອນ ມິຖຸນາ ຢູ່ທີ່ລັດ Maharashtra ທາງພາກກາງຂອງປະເທດອິນເດຍ ໄດ້ມີເດັກນ້ອຍ 4 ຄົນເຂົ້າຮັບການປິ່ນປົວທີ່ໂຮງໝໍດ້ວຍອາການຫາຍໃຈຍາກ ແລະ ຄວາມດັນເລືອດຕໍ່າ ໂດຍກ່ອນໜ້ານີ້ແມ່ຂອງບັນດາເດັກນ້ອຍເຫຼົ່ານີ້ໄດ້ຕິດໂຄວິດ-19 ສ່ວນເດັກນ້ອຍທັງ 4 ຄົນແມ່ນບໍ່ມີອາການສະແດງອອກຂອງການຕິດໂຄວິດ ແຕ່ວ່າຜົນກວດພົບວ່າເດັກນ້ອຍເຫຼົ່ານັ້ນມີພູມຕ້ານທານຕໍ່ເຊື້ອໂຄວິດ-19 ເຊິ່ງເປັນສາເຫດບົ່ງຊີ້ວ່າເຄີຍຕິດໂຄວິດມາແລ້ວ.

ໃນຕອນນີ້ກຸ່ມເດັກນ້ອຍດັ່ງກ່າວກໍາລັງປະສົບບັນຫາທີ່ເປັນອັນຕະລາຍຕໍ່ກັບຊີວິດກໍຄື: ການອັກເສບຂອງອະໄວຍະວະຫຼາຍຢ່າງຢູ່ພາຍໃນຮ່າງກາຍຂອງເດັກນ້ອຍ ຫຼື Multi-system inflammatory syndrome ເຊິ່ງມັກຈະເກີດຂື້ນພາຍຫຼັງທີ່ເດັກນ້ອຍເຊົາຈາກພະຍາດໂຄວິດ-19 ປະມານ 4-5 ອາທິດ  ແລະ ທາງພະແນກໝໍເດັກນ້ອຍຂອງປະເທດອິນເດຍກໍຍັງບໍ່ທັນຮູ້ຂໍ້ມູນຊັດເຈນວ່າເດັກນ້ອຍໃນປະເທດອິນເດຍມີຈັກຄົນທີ່ໄດ້ຮັບຜົນກະທົບຈາກພະຍາດນີ້.

ສໍາລັບສະຫະລັດອາເມລິກາໄດ້ພົບຜູ້ທີ່ມີອາການອະໄວຍະວະພາຍໃນອັກເສບໃນເດັກນ້ອຍຫຼາຍກວ່າ 3,742 ຄົນ ແລະ ເສຍຊີວິດແລ້ວ 35 ຄົນ. ໝໍບອກວ່າອາການນີ້ເປັນຜົນມາຈາກການຕອບສະໜອງທີ່ຮຸນແຮງຂອງລະບົບພູມຄຸ້ມກັນໃນຮ່າງກາຍທີ່ມີຕໍ່ເຊື້ອໄວຣັສໂຄໂຣນາ ເຊິ່ງອາດເຮັດໃຫ້ເກີດການອັກເສບຂອງອະໄວຍະວະທີ່ສໍາຄັນຫຼາຍພາກສ່ວນ ເຊິ່ງອາການກໍຈະຄ້າຍຄືກັບພະຍາດໆອື່ນເຊັ່ນ: ມີໄຂ້ສູງ, ມີຜື່ນຂຶ້ນຕາມຜິວໜັງ, ຕາແດງ, ຕ່ອມນໍ້າເຫຼືອງໃຫຍ່, ເຈັບທ້ອງ, ຄວາມດັນເລືອດຕໍ່າ ແລະ ປວດເມື່ອຍຕາມຮ່າງກາຍ ແລະ ໝໍໄດ້ບອກວ່າອາການທີ່ພົບໃນເດັກນ້ອຍອິນເດຍແມ່ນມີຄວາມແຕກຕ່າງກັນໃນແຕ່ລະຄົນ. ສ່ວນທາງສະຫະລັດອາເມລິກາຍັງພົບວ່າຜູ້ທີ່ປ່ວຍທີ່ເປັນພະຍາດດັ່ງກ່າວຍັງສະແດງອາການທີ່ກ່ຽວກັບລະບົບປະສາດ ແລະ ສະໝອງອີກດ້ວຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...