Homeທຸລະກິດລາວເປັນປະເທດທໍາອິດໃນອາຊຽນ ທີ່ຈະນໍາເຂົ້າລົດຍົນ VinFast ຂອງສັນຊາດຫວຽດນາມ

ລາວເປັນປະເທດທໍາອິດໃນອາຊຽນ ທີ່ຈະນໍາເຂົ້າລົດຍົນ VinFast ຂອງສັນຊາດຫວຽດນາມ

Published on

VinFast ແບຣນ ລົດສັນຊາດຫວຽດນາມ, ຈະເລີ່ມເຂົ້າສູ່ ສປປລາວ ເປັນປະເທດທໍາອິດໃນອາຊຽນ, ຫຼັງຈາກສະຫະລັດອາເມລິກາ, ການາດາ, ອົດສະຕາລີ. ເຊິ່ງປະເທດລາວ ກໍແມ່ນຕະຫຼາດອາຊຽນທຳອິດ ທີ່ຫວຽດນາມຕັ້ງເປົ້າໝາຍ.

ໃນວັນທີ 28 ມິຖຸນາ 2021, ບໍລິສັດ VinFast Business, Trading and Service Co. , Ltd ແລະ Phongsubthavy Group Co. , Ltd ຂອງລາວໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ໃນການຈຳໜ່າຍ ຍານພາຫະນະໃນລາວ.

ຂໍ້ຕົກລົງດັ່ງກ່າວໄດ້ມີຂຶ້ນຈາກການຢ້ຽມຢາມ ຂອງປະທານປະເທດ ສປປ ລາວ ທີ່ ສສ.ຫວຽດນາມ ຢ່າງເປັນທາງການ ໃນວັນທີ 28-29 ມິຖຸນາ 2021.

ເຊິ່ງທາງບໍລິສັດພົງຊັບທະວີ Phongsubthavy ຈະກາຍເປັນຜູ້ຈຳໜ່າຍ ລົດຍົນ VinFast ໃນປະເທດລາວ, ໂດຍຜ່ານລະບົບຕົວແທນຈຳໜ່າຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...