spot_img
Homeຂ່າວພາຍ​ໃນປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໃໝ່ 1 ຄົນ ໃນນະຄອນຫຼວງມື້ນີ້ !!

ປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໃໝ່ 1 ຄົນ ໃນນະຄອນຫຼວງມື້ນີ້ !!

Published on

ໃນວັນທີ 29 ມິຖຸນາ 2021 ສປປ ລາວ ໄດ້ກວດວິເຄາະທັງໝົດ 858 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 25 ຄົນ, ຈາກນະຄອນຫຼວງ 1 ກໍລະນີ, ສະຫວັນນະເຂດ 1 ກໍລະນີ, ຈໍາປາສັກ 9 ກໍລະນີ, ແຂວງ ວຽງຈັນ 13 ກໍລະນີ ແລະ ຄໍາມ່ວນ 1 ກໍລະນີ.

  • ສຳລັບ ນະຄອນຫຼວງວຽງຈັນ 1 ຄົນ ແລະ ແຂວງວຽງຈັນ 13 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ.
  • ສ່ວນ ສະຫວັນນະເຂດ 1 ກໍລະນີ, ຈຳປາສັກ 9 ກໍລະນີ ແລະ ຄຳມ່ວນ 1 ກໍລະນີ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າເປັນກໍລະນີນຳເຂົ້າ.

ສໍາລັບປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໃໝ່ 1 ຄົນ ໃນນະຄອນຫຼວງມື້ນີ້ ແມ່ນມີລາຍລະອຽດດັ່ງນີ້:

  1. ເພດຍິງ, ອາຍຸ 5 ປີ, ສັນຊາດລາວ, ບ້ານຫົວຊ້າງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ຜູ້ກ່ຽວມີອາການໄອ, ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ, ໄດ້ໄປເກັບຕົວຢ່າງຢູ່ ມສ ສີໂຄດ ໃນວັນທີ 28 ມິຖຸນາ 2021 ແລະ ຜົນກວດພົບເຊື້ອ.
  2. ເຂດ/ສະຖານທີ່ ສ່ຽງທີ່ຜູ້ຕິດເຊື້ອເດີນທາງໄປ:
  • ວັນທີ 17/06/2021 ເວລາ 10:00-10:30 ໂມງ: ໄດ້ໄປຊື້ນົມຢູ່ຮ້ານ ເຈມາກ, ບ້ານໂພນຕ້ອງຈອມມະນີ, ເມືອງຈັນທະບູລີ, ເວລາ 11:00-12:00 ໂມງ ໄປຊື້ເຄື່ອງຢູ່ຕະຫລາດຂົວດິນ
  • ວັນທີ 21/06/2021 ເວລາ 09:00-11:30 ໂມງ ໄປເຮັດບົດ ຢູ່ບ້ານອາຈານ (ບ້ານດອນກອຍ, ເມືອງໄຊເສດຖາ)
  • ວັນທີ 24/06/2021: ໄປຕະຫຼາດໂນນສະອາດ
  • ວັນທີ 26/06/2021 ເວລາ 08:00-08:30 ໂມງ ໄດ້ໄປຕະຫລາດດົງໜາກຄາຍ, ເວລາ 14:00-16:30 ໂມງ ໄດ້ໄປນັ່ງກິນຕໍາ ຢູ່ທ່າງ່ອນ ທາງເຂົ້າວັດທ່າງ່ອນ, ເວລາ 10:00-17:00 ໂມງ ໄດ້ໄປບ້ານພີ່ນ້ອງ ຢູ່ບ້ານຫົວຊ້າງ, ເມືອງນາຊາຍ

ດັ່ງນັ້ນ, ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,101 ຄົນ, ບໍ່ມີການເສຍຊີວິດໃໝ່ ແລະ ກໍາລັງປິ່ນປົວ ທັງໝົດ 140 ຄົນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...