spot_img
Homeຂ່າວຕ່າງປະເທດໂຮງໝໍໃນໄຕ້ຫວັນຖືກປັບໄໝ ຍ້ອນສັກວັກຊີນໃຫ້ຜູ້ທີ່ບໍ່ຢູ່ກຸ່ມເປົ້າໝາຍກ່ອນ

ໂຮງໝໍໃນໄຕ້ຫວັນຖືກປັບໄໝ ຍ້ອນສັກວັກຊີນໃຫ້ຜູ້ທີ່ບໍ່ຢູ່ກຸ່ມເປົ້າໝາຍກ່ອນ

Published on

ວັນທີ 26 ມິຖຸນາ 2021, ສື່ໄຕ້ຫວັນລາຍງານວ່າ ໂຮງໝໍ ເຈິ້ງສິນ ໃນ Taipei (ໄທເປ) ຖືກປັບໄໝ 100,000,000 ກີບ (ໜຶ່ງຮ້ອຍລ້ານກີບ) ຫຼັງຈາກສັກວັກຊີນໃຫ້ກັບ Lian Zhan (ຫຼຽນຈ້ານ) ອາດີດປະທານາທິບໍດີໄຕ້ຫວັນ ພັກກົ໋ກມິນຕັງ ແລະ ພັນລະຍາພ້ອມທັງອາສາສະໝັກ 8 ຄົນ ທີ່ບໍ່ຢູ່ໃນກຸ່ມທີ່ລັດຖະບານໃຫ້ສັກວັກຊີນກ່ອນ.

ໂຮງໝໍ ເຈິ້ງສິນ ກ່າວວ່າ ທາງໂຮງໝໍ ໃນວັນທີ 12 ມິຖຸນາ 2021, ໄດ້ສັກວັກຊີນໃຫ້ ຫຼຽນຈ້ານ ອາຍຸ 84 ປີ ແລະ ພັນລະຍາຂອງລາວ ຫຼຽນຟັງຢູ່ ອາຍຸ 78 ປີ, ຍ້ອນເຫດຜົນດ້ານມະນຸດສະທຳ. ໃນຂະນະດຽວກັນຫຼຽນໄດ້ເຂົ້າຮັບການປິ່ນປັວພະຍາດເນື້ອງອກ.

ຂະນະທີ່ ຫວງ ຊັນຊັນ ຮອງນາຍົກລັດຖະມົນຕີເມືອງ Taipei (ໄທເປ) ກ່າວວ່າ ໂຮງໝໍ ໄດ້ສັກວັກຊີນໃຫ້ກັບອາສາສະໝັກ 8 ຄົນ, ໂດຍມີອາສາສະໝັກດ້ານການແພດໃນລາຍຊື່ທີ່ສໍາຄັນ. ຢ່າງໃດກໍຕາມ, ບຸກຄົນທັງ 8 ຄົນດັ່ງກ່າວ ບໍ່ມີການບັນທຶກການບໍລິການອາສາສະໝັກເປັນລາຍລັກອັກສອນ ແລະ ບໍ່ໄດ້ລົງຖະບຽນກັບພະແນກສຸຂະພາບຂອງໄທເປ ແລະ ລະບຸວ່າ ໂຮງໝໍຖືກປັບໄໝເປັນເງິນຈໍານວນ 300,000 ໂດລາໄຕ້ຫວັນ (ສາມແສນໂດລ້າໄຕ້ຫວັນ) ຫຼື 100,000,000 ລ້ານກີບ (ໜຶ່ງຮ້ອຍລ້ານກີບ) ແລະ ກໍາລັງຖືດສອບສວນເລື່ອງດັ່ງກ່າວ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...