spot_img
Homeຂ່າວໂຄວິດ-19ລາຍງານຜູ້ຕິດເຊື້ອກໍລະນີໃໝ່ ວັນທີ 27/06/2021

ລາຍງານຜູ້ຕິດເຊື້ອກໍລະນີໃໝ່ ວັນທີ 27/06/2021

Published on

ອີງຕາມການຖະແຫຼງຂ່າວ ຈາກຄະນະສະເພາະກິດ ປະຈຳວັນທີ 27 ມິຖຸນາ 2021 ໃຫ້ຮູ້ວ່າ: ສປປ ລາວ ມາຮອດວັນທີ 26 ມິຖຸນາ 2021: ໄດ້ກວດວິເຄາະທັງໝົດ 1,354 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 10 ຄົນ, ຈາກນະຄອນຫຼວງ 1 ຄົນ, ສະຫວັນນະເຂດ 1 ຄົນ, ຄຳມ່ວນ 4 ຄົນ ແລະ ຈຳປາສັກ 4​ ຄົນ. ສຳລັບນະຄອນຫຼວງວຽງຈັນ 1 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ. ສ່ວນ ແຂວງສະຫວັນນະເຂດ 1 ຄົນ, ຄຳມ່ວນ 4 ຄົນ ແລະ ຈຳປາສັກ 4 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.

– ຜູ້ຕິດເຊື້ອໃໝ່ໃນນະຄອນຫຼວງວຽງຈັນ, ຍັງບໍ່ສາມາດລະບຸແຫຼ່ງທີ່ມາຂອງການຕິດເຊື້ອໄດ້, ກໍລະນີຢັ້ງຢືນໃໝ່ ເພດຍິງ, ອາຍຸ 29 ປີ, ອາຊິບ: ພະນັກງານ, ບ້ານສີເກີດ, ເມືອງນາຊາຍທອງ, ນະຄອນຫລວງ, ບໍ່ມີພະຍາດປະຈໍາໂຕ, ໄດ້ຮັບການສັກຢາວັກຊິນ 02 ເຂັມ, ວັນທີ 22/06/2021: ມີອາການເມື່ອຍ ແລະ ປວດຕາມຕົນໂຕ, ໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດໂຄວິດ-19 ໃນວັນທີ 26/06/2021 ແມ່ນພົບເຊື້ອ ເຊິ່ງມີການເຄື່ອນໄຫວດັ່ງຕໍ່ໄປນີ້:

  • ວັນທີ 23-31/05/2021: ຜູ້ກ່ຽວ ຢູ່ບ້ານ ແລະ ມີແຕ່ໄປຕະຫຼາດອົດຊີໃນການຄັ້ງຄາວ.
  • ວັນທີ 01-12/06/2021: ຜູ້ກ່ຽວ ຢູ່ບ້ານ ແຕ່ກໍ່ໄດ້ໄປຕະຫຼາດສີເກີດ ໃນບາງຄັ້ງຄາວ
  • ວັນທີ 13/06/2021: ຫ້ອງການໄດ້ໃຫ້ພະນັກງານກວດໂຄວີດ-19 ຜົນອອກແມ່ນເປັນລົບ
  • ວັນທີ 14-16/06/2021: ຜູ້ກ່ຽວ ໄດ້ຢູ່ເຮືອນກັບຄອບຄົວ (ມີລູກ, ຫລານ, ອ້າຍ, ເອື້ອຍໄພ້ ແລະ ລູກຂອງອ້າຍ 2 ຄົນ)
  • ເວລາ 10:00-10:30 ໂມງຂອງ ວັນທີ 17/06/2021: ຜູ້ກ່ຽວ ໄດ້ໄປຊື້ນົມຢູ່ເຈມາກ ຢູ່ບ້ານໂພນຕ້ອງຈອມມະນີ, ເມືອງຈັນທະບູລີ ແລະ ເວລາ 11:00-12:00 ໂມງ ກໍ່ໄດ້ໄປຊື້ເຄື່ອງຢູ່ຕະຫຼາດຂົວດິນ
  • ວັນທີ 18-20/06/2021: ຜູ້ກ່ຽວ ໄດ້ໄປຫາຄອບຄົວ (ສາມີ) ຢູ່ບ້ານໂພນເງີນ, ເມືອງໂພນໂຮງ, ແຂວງວຽງຈັນ
  • ວັນທີ 21/06/2021: ໄດ້ເດີນທາງກັບຈາກແຂວງວຽງຈັນ ຫາບ້ານສີເກີດ ແລະ ກໍ່ຢູ່ແຕ່ເຮືອນ
  • ວັນທີ 22/06/2021: ຜູ້ກ່ຽວ ຮູ້ສຶກເມື່ອຍ ແລະ ປວດຕາມຕົນໂຕ ແລະ ຢູ່ແຕ່ເຮືອນບໍ່ໄດ້ໄປໃສ່
  • ວັນທີ 23/06/2021: ຜູ້ກ່ຽວ ຮູ້ສືກເປັນຫັວດໜ້ອຍໜື່ງ ແຕ່ໄດ້ກີນຢາດີຫວັດ ແລະ ພັກຜ່ອນ ຢູ່ບ້ານ
  • ວັນທີ 24/06/2021: ຜູ້ກ່ຽວ ຢູ່ເຮືອນຕາມປົກກະຕິ ແລະ ມີພີ່ນ້ອງມາເອົາເສື້ອນຳ
  • ວັນທີ 25/06/2021: ຜູ້ກ່ຽວ ຢູ່ເຮືອນຕາມປົກກະຕິ ແລະ ຮູ້ສຶກມີອາການໄອແຫ້ງເລັກໜ້ອຍ
  • ເວລາ 10:00-10:15 ໂມງຂອງວັນທີ 26/06/2021: ຕອນເຊົ້າໄດ້ໄປກວດໂຄວິດກວດ ແລ້ວໄດ້ໄປຊື້ກະເຟຮ້ານເບຊີກແລ້ວກັບບ້ານ.

– ເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອທັງໜົດ ທີ່ໄດ້ເດີນທາງໄປ

  • ວັນທີ 23-31/05/2021: ໄດ້ໄປຕະຫຼາດອົດຊີໃນການຄັ້ງຄາວ (ບໍ່ຈື່ວັນທີຊັດເຈນທີ່ໄດ້ໄປ)
  • ວັນທີ 01-12/06/2021: ໄດ້ໄປຕະຫລາດສີເກີດ ໃນບາງຄັ້ງຄາວ (ບໍ່ຈື່ວັນທີຊັດເຈນທີ່ໄດ້ໄປ)
  • ເວລາ 10:00-10:30 ໂມງຂອງ ວັນທີ 17/06/2021: ໄດ້ໄປຊື້ນົມຢູ່ເຈມາກ ຢູ່ບ້ານໂພນຕ້ອງຈອມມະນີ, ເມືອງຈັນທະບູລີ ແລະ ເວລາ 11:00-12:00 ໂມງ ໄປຊື້ເຄື່ອງຢູ່ຕະຫຼາດຂົວດິນ
  • ວັນທີ 18-20/06/2021: ໄປຫາຄອບຄົວ (ສາມີ) ຢູ່ບ້ານໂພນເງີນ, ເມືອງໂພນໂຮງ, ແຂວງວຽງຈັນ
  • ເວລາ 10:00-10:15 ໂມງຂອງວັນທີ 26/06/2021: ໄປຊື້ກະເຟຮ້ານເບຊີກ.

ມາຮອດມື້ນີ້, 27/06/2021 ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 2,110 ຄົນ, ປິ່ນປົວຫາຍດີແລ້ວ 1,986 ຄົນ, ກຳລັງປິ່ນປົວ 121 ຄົນ ແລະ ເສຍຊີວິດສະສົມ 3 ຄົນ.

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...