spot_img
Homeຂ່າວພາຍ​ໃນຂໍຄວາມຊ່ວຍເຫຼືອຈາກສັງຄົມ

ຂໍຄວາມຊ່ວຍເຫຼືອຈາກສັງຄົມ

Published on

Laopost

ມີການລາຍງານຂ່າວຜ່ານສື່ອອນລາຍນ໌ ຢ່າງໜ້າສົງສານ ເຖິງເຫດການ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໄດ້ຮັບຄວາມຂໍຮ້ອງຈາກນາງຄຳຫຼ້າ ທີ່ເປັນແມ່ຂອງນ້ອງຄຳພູມີ ອາຍຸ 7 ເດືອນ ທີ່ມີຖົງນ້ຳປົ່ງອອກທາງຫຼັງ ຕ້ອງການຜ່າຕັດແຕ່ຄ່າຜ່າຕັດສູງເຖິງ 17 ລ້ານກີບ ໃນຂະນະທີ່ຄອບຄົວມີຄວາມທຸກຍາກຫຼາຍ ຈຶ່ງຂໍຮ້ອງຜ່ານສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ ກໍຄືສື່ສັງຄົມຊ່ວຍເຜີຍແຜ່ ແລະຂໍຄວາມຊ່ວຍເຫຼືອຈາກສັງຄົມ ຜູ້ມີຄວາມສາມາດທາງດ້ານທຶນຮອນ ເພື່ອກອບກູ້ເອົາຊີວິດຂອງເດັກນ້ອຍຜູ້ນີ້ ເຊິ່ງນາງຄຳຫຼ້າຜູ້ເປັນແມ່ກໍໄດ້ຂຽນໃບຮ້ອງທຸກເຖິງຜູ້ໃຈບຸນໃນສັງຄົມດັ່ງນີ້:

ໃບຂໍຮ້ອງທຸກ
ຮຽນ: ບັນດາທ່ານຜູ້ທີ່ໃຈບຸນທັງຫຼາຍທີ່ນັບຖື
ເລື່ອງ: ຂໍຄວາມຊ່ວຍເຫຼືອເງິນໃນການປິ່ນປົວລູກຂອງຂ້າພະເຈົ້າ.

ຂ້າພະເຈົ້າຊື່: ນາງ ຄຳຫຼ້າ ແພງພູມິນ, ອາຍຸ 27 ປີ, ອາຊີບ ພະນັກງານ ຂອງໂຮງຮຽນເອກະຊົນ. ໄດ້ມີຄວາມຈຳເປັນທາງດ້ານຄອບຄົວ ແມ່ນມີລູກຊາຍໜຶ່ງຄົນ ເຊິ່ງເກີດໃນ ວັນທີ 8. 3. 2014 ຕອນນີ້ອາຍຸໄດ້ 7 ເດືອນກວ່າແລ້ວ ເຊິ່ງລາວມີຊື່ວ່າ: ທ້າວ ຄຳພູມີ ດຽວນີ້ລູກຊາຍໄດ້ເປັນພະຍາດທີ່ຜິດປົກກະຕິມາແຕ່ກຳເນີດ ແລະ ມີຖົງນ້ຳຕິ່ງອອກມາຈາກທາງຫຼັງ ເຊິ່ງຖົງນ້ຳນັ້ນແມ່ນເກີດຈາກນ້ຳໃນຫົວ ດຽວນີ້ຕຸ່ມນັ້ນແມ່ນຕຶ່ງຂື້ນຫຼາຍ ແລະ ທາງຄອບຄົວຂ້າພະເຈົ້າຢ້ານມັນແຕກ ຈຶ່ງຕ້ອງການຜ່າຕັດລູກນ້ອຍ ແຕ່ເນື່ອງຈາກຄອບຄົວບໍ່ມີເງິນຄຳພໍທີ່ຈະຜ່າຕັດລູກ ຈຶ່ງໄດ້ຂຽນໜັງສືຮ້ອງທຸກນີ້ ມາຍັງບັນດາຜູ້ທີ່ມີໃຈສັດຖາ ເພື່ອຂໍເງິນຊ່ວຍເຫຼືອໃນການຜ່າຕັດລູກ ເພື່ອໃຫ້ລູກຊາຍຂອງຂ້າພະເຈົ້າໄດ້ມີຊີວິດດີຂື້ນ ແລະ ເຕີບໃຫຍ່ຄືກັບເດັກນ້ອຍຜູ້ອື່ນໆ. ແລະຄ່າໃຊ້ຈ່າຍໃນການທີ່ຈະຜ່າຕັດນີ້ແມ່ນມີມູນຄ່າ 17,000,000 ກີບ(ສິບເຈັບລ້ານກີບຖ້ວນ) ບໍ່ລວມຄ່າຢາ ຄ່າກິນ ຄ່ານອນ ແລະ ເງິນຈຳນວນນີ້ແມ່ນມີສະເພາະແຕ່ໃຊ້ໃນການຜ່າຕັດລູກນ້ອຍເທົ່ານັ້ນ.
ໃນຕອນນີ້ຄອບຄົວຂອງຂ້າພະເຈົ້າແມ່ນບໍ່ມີເງິນຄຳພຽງພໍທີ່ຈະຜ່າຕັດ ເພາະຄອບຄົວກໍ່ບໍ່ມີເງິນ ແລະ ຢູ່ໃນເຮືອນເຊົ່າ ເພາະສະນັ້ນເລື່ອງເງິນຄຳໃນການຜ່າຕັດແມ່ນຫຍຸ້ງຍາກ.
ດັ່ງນັ້ນ,ຈຶ່ງຢາກຂໍຮ້ອງມາຍັງບັນດາທ່ານຜູ້ໃຈບຸນເພື່ອຂໍຄວາມຊ່ວຍເຫຼືອໃນການຜ່າຕັດໃຫ້ລູກນ້ອຍໃຫ້ເຊົາຈາກການເປັນພະຍາດນີ້ດ້ວຍ

ຈາກ ນາງຄຳຫຼ້າ ແມ່ຂອງເດັກ

ຕ້ອງການຄວາມຊ່ວຍເຫຼືອຫາຄອບຄົວໂດຍກົງໂທ:020 2303 6823 ເບີແມ່ເດັກນ້ອຍ ຫຼື ຜ່ານສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນໂທ: 2344 9090 ປະຈຸບັນນີ້ຄອບຄົວເດັກນ້ອຍແມ່ນເຊົ່າຫ້ອງແຖວຢູ່ບ້ານຄຳຮຸ່ງເມືອງໄຊທານິນະຄອນຫຼວງວຽງຈັນ.

10646659_341316636047737_2406064097126478530_n

1528657_341315996047801_8741251788838302685_n 1621660_341315899381144_3199269107455743899_n 10376266_341316082714459_5627721968494594925_n

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...