Homeຂ່າວຕ່າງປະເທດນາຍົກເຢຍລະມັນເຂົ້າຮັບການສັກວັກຊີນໂຄວິດ-19 ຄົບສອງເຂັມແຕ່ຕ່າງຍີ່ຫໍ້ກັນ !!

ນາຍົກເຢຍລະມັນເຂົ້າຮັບການສັກວັກຊີນໂຄວິດ-19 ຄົບສອງເຂັມແຕ່ຕ່າງຍີ່ຫໍ້ກັນ !!

Published on

ວັນທີ 22 ມິຖຸນາ 2021 ທີ່ຜ່ານມາ ສໍານັກຂ່າວ AFP ໄດ້ລາຍງານວ່ານາຍົກລັດຖະມົນຕີຂອງປະເທດເຢຍລະມັນໄດ້ເຂົ້າຮັບການສັກວັກຊີນປ້ອງກັນໂຄວິດ-19 ເຂັມທີ 2 ໂດຍເລືອກສັກວັກຊີນຍີ່ຫໍ້  Moderna ເຊິ່ງເປັນຄົນລະຍີ່ຫໍ້ກັບເຂັມທໍາອິດທີ່ໄດ້ສັກໂດຍເຂັມທໍາອິດແມ່ນສັກຂອງຍີ່ຫໍ້ Astrazeneca ໃນວັນທີ 16 ເມສາ 2021 ທີ່ຜ່ານມາ.

ປັດຈຸບັນໃນທົ່ວໂລກກໍາລັງມີການສຶກສາຄວາມເປັນໄປໄດ້ໃນການສັກວັກຊີນທີ່ມີຍີ່ຫໍ້ຕ່າງກັນ ໂດຍສະເພາະການເລືອກສັກວັກຊີນຊະນິດ mRNA ເປັນວັກຊີນເຂັມທີ 2 ເພື່ອເພີ່ມພູມຄຸ້ມກັນໃນການປ້ອງກັນເຊື້ອໂຄວິດ-19. ໃນຊ່ວງຕົ້ນເດືອນທີ່ຜ່ານມາ ມະຫາວິທະຍາໄລຊາລັນຂອງເຢຍລະມັນໄດ້ເປີດເຜີຍເຖິງການທົດສອບໃນເບື້ອງຕົ້ນວ່າ ການເລືອກສັກວັກຊີນແບບ Astrazeneca ແລະ Pfizer ສາມາດເພີ່ມພູມຄຸ້ມກັນໄດ້ພາຍຫຼັງສອງອາທິດທີສັກວັກຊີນ ເຊິ່ງເຮັດໃຫ້ພູມຄຸ້ມກັນຫຼາຍຂື້ນກວ່າການສັກ Astrazeneca 2 ເຂັມເຖິງ 10 ເທົ່າ ແຕ່ກໍຍັງເປັນການວິໄຈທີ່ຕ້ອງລໍຖ້າຜົນການສຶກສາເພີ່ມເຕີ່ມໃນຂັ້ນຕອນຕໍ່ໄປ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...