Homeຂ່າວພາຍ​ໃນລາຍລະອຽດຜູ້ຕິດເຊື້ອໃນ ສປປ ລາວ ວັນທີ 22/6/2021

ລາຍລະອຽດຜູ້ຕິດເຊື້ອໃນ ສປປ ລາວ ວັນທີ 22/6/2021

Published on

ອີງຕາມການລາຍງານ ຂອງຄະນະສະເພາະກິດ, ລາຍງານປະຈຳວັນທີ 22 ມິຖຸນາ 2021, ປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 2,067 ຄົນ (ໃໝ່ 13 ຄົນ), ປິ່ນປົວຫາຍດີ 1,954 ຄົນ, ກຳລັງປິ່ນປົວ 97 ຄົນ ແລະ ເສຍຊີວິດສະສົມ 3 ຄົນ.

ໃນວັນທີ 21 ມິຖຸນາ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງ ຄົ້ນຫາເຊື້ອພະຍາດ ໂຄວິດ-19 ທັງໝົດ 1,159 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອໃໝ່ 13 ກໍລະນີ ຄື: ນະຄອນຫຼວງວຽງຈັນ 2 ກໍລະນີ, ຈຳປາສັກ 9 ກໍລະນີ ແລະ ສະຫວັນນະເຂດ 2 ກໍລະນີ ເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້:

ສຳລັບນະຄອນຫຼວງວຽງຈັນ 2 ຄົນ: 1. ເພດຊາຍ ອາຍຸ 14  ປີ ອາຊີບ ນັກຮຽນ ບ້ານໂນນແກ້ວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜູ້ກ່ຽວມີອາການໄອ ເຈັບຂໍ, ເຈັບຫົວ ມີປະຫວັດສຳຜັດກັບຜູ້ຕິດເຊື້ອ ໄປເກັບຕົວຢ່າງ ວັນທີ 21 ມິຖຸນາ 2021 ຢູ່ ໂຮງຮຽນ ມ.ສ ສີໂຄດ ແລະ ຜົນກວດພົບເຊື້ອ.

2. ເພດຍິງ ອາຍຸ 26 ປີ ອາຊີບ ພະນັກງານ ໂຮງງານ ຢູ່ ບ້ານ ພະຂາວ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ຜູ້ກ່ຽວບໍ່ມີອາການຫຍັງ ມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊືອ ຄົນໃນຄອບຄົວ ໄປເກັບຕົວຢ່າງ ວັນທີ 21 ມິຖຸນາ 2021 ທີ່ໂຮງໝໍມິດຕະພາບ ແລະ ຜົນກວດພົບເຊື້້ອ.

ສຳລັບ 2 ຄົນ ແຂວງສະຫັວນນະເຂດ ແມ່ນແຮງງານລາວທີ່ກັບຄືນປະເທດ ມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບການໄດ້ຮັບການອະນຸຍາດຈາກຄະນະສະເພາະກິດຢ່າງຖືກລະບຽບຫຼັກການ.

ສຳລັບ 09 ຄົນ ແຂວງຈຳປາສັກ: 6 ຄົນ ແມ່ນແຮງງານລາວທີ່ກັບຄືນປະເທດ ມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບການອະນຸຍາດຈາກຄະນະສະເພາະກິດຢ່າງຖືກລະບຽບຫຼັກການ.

ສວ່ນອີກ 3 ຄົນ ແມ່ນແຮງງານລາວທີ່ກັບຄືນປະເທດ ມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບການອະນຸຍາດຈາກຄະນະສະເພາະກິດຢ່າງຖືກລະບຽບຫຼັກການ, 10 ມື້ກ່ອນ ພວກກ່ຽວ ໄດ້ເກັບຕົວຢ່າງກວດຄັ້ງທຳອິດ ແມ່ນຜົນກວດເປັນລົບ (ບໍ່ພົບເຊື້ອ) ແລ້ວກໍສືບຕໍ່ໃຫ້ຈຳກັດບໍລິເວນ, ພາຍຫຼັງຈຳກັດບໍລິເວນ 10 ວັນ ທາງສູນໄດ້ເກັບຕົວຢ່າງມາກວດ ຄັ້ງທີ 2 ແມ່ນ ພົບເຊືອ ໂຄວິດ-19 ເຊິ່ງພວກກ່ຽວບໍ່ມີອາການຫຍັງ. ປັດຈຸບັນ ກໍໄດ້ຖືກສົ່ງໄປປິ່ນປົວ ຢູ່ສະຖານທີ່ທາງແຂວງກຳນົດ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...