Homeຂ່າວຕ່າງປະເທດລັດຖະບານອິນເດຍ ຖືກ WhatsApp ຟ້ອງ ເພາະໄດ້ອອກກົດໝາຍໃຫ້ລັດສາມາດກວດສອບແຊັດໄດ້

ລັດຖະບານອິນເດຍ ຖືກ WhatsApp ຟ້ອງ ເພາະໄດ້ອອກກົດໝາຍໃຫ້ລັດສາມາດກວດສອບແຊັດໄດ້

Published on

ວອສແອັບ (WhatsApp) ຟ້ອງລັດຖະບານອິນເດຍ ທີ່ອອກກົດໝາຍອິນເຕີເນັດໃໝ່ ຄື: ລັດສາມາດຕິດຕາມ ແລະ ເຂົ້າເບິ່ງຂໍ້ຄວາມການສົນທະນາໄດ້ ເຊິ່ງການກະທຳແບບນີ້ ໄດ້ກະທົບຄວາມເປັນສ່ວນໂຕຂອງຜູ້ໃຊ້ງານ, ການຟ້ອງຄັ້ງນີ້ແມ່ນໄດ້ຢືນສານທີ່ນະຄອນນິວເດລີ ນະຄອນຫຼວງ ຂອງປະເທດອິນເດຍ.

ກົດໝາຍດັ່ງກ່າວ ມີການສະເໜີໃນເດືອນກຸມພາ ທີ່ຜ່ານມາ ໂດຍ ທ່ານ ລາວີ ຊານກາ ພາລັດ Ravi Shankar Prasad ລັດຖະມົນຕີວ່າການກະຊວງກົດໝາຍ ແລະ ເທັກໂນໂລຊີ ຂໍ້ມູນຂ່າວສານ ພາຍໃຕ້ກົດໝາຍດັ່ງກ່າວ ລັດຖະບານອາດກຳນົດໃຫ້ ບໍລິສັດເທັກໂນໂລຊີລົບໂພສຈາກໂຊຊຽວມີເດຍ ທີ່ຖືວ່າຜິດກົດໝາຍ ທັງວອສແອັບ (WhatsApp), ສິກນໍ (Signal) ແລະ ບໍລິສັດອື່ນໆ, ຈະຕ້ອງສ້າງຖານຂໍ້ມູນການແຊັດທີ່ ກວດສອບຍ້ອນຫຼັງໄດ້ ແລະ ຕ້ອງແນບລາຍນິ້ວມືທີ່ລະບຸຕົວຕົນໄປຍັງຜູ້ໃຊ້ງານໄດ້ອີກດ້ວຍ.

ໃນຊ່ວງ 2-3 ປີ ທີ່ຜ່ານມາ, ທ່ານ ນາແລນດາ ໂມດີ Narendra Modi ນາຍົກລັດຖະມົນຕີ ມີນະໂຍບາຍຄວບຄຸ້ມເນື້ອຫາ ໃນອິນເຕີເນັດຫຼາຍຢ່າງ, ໃນປີ 2019 ລັດຖະບານສະເໜີຕົວເອງໃຫ້ມີອຳນາດ ໃນການປາບປາມເນຶ້ອຫາທາງອິນເຕີເນັດ ໂດຍອ້າງວ່າ ກ່ຽວກັບເລື່ອງຄວາມໝັ່ນຄົງຂອງຊາດ ເລີຍເຮັດໃຫ້ເກີດຂໍ້ຜິດພາດກັບແພຣມຟອມຕ່າງໆ.

ໂຄສະນາ ວອສແອັບ (WhatsApp) ກ່າວວ່າ: ວອສແອັບ ຈະປົກປ້ອງຄວາມເປັນສ່ວນຕົວຂອງຜູ້ໃຊ້ງານ ແລະ ຈະເຮັດທຸກຢ່າງທີ່ເຮັດໄດ້ ຕາມກົດໝາຍຂອງອິນເດຍຕໍ່ໄປ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...