Homeຂ່າວທ້ອງຖິ່ນປກສ ເມືອງຈັນທະບູລີ ເຂັ້ມງວດຕໍ່ຜູ້ຈັດງານລ້ຽງສ້າງສັນຊຸມແຊວທີ່ລະເມີດແຈ້ງການເລກທີ 02/ຈນວ

ປກສ ເມືອງຈັນທະບູລີ ເຂັ້ມງວດຕໍ່ຜູ້ຈັດງານລ້ຽງສ້າງສັນຊຸມແຊວທີ່ລະເມີດແຈ້ງການເລກທີ 02/ຈນວ

Published on

ອີງຕາມການລາຍງານຂອງເພສ ປົກກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 25 ພຶດສະພາ 2021 ເວລາ 20:00ໂມງ ມີພົນລະເມືອງດີໂທເຂົ້າມາແຈ້ງຕໍ່ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ວ່າ: ມີການຕັ້ງວົງຊຸມແຊວເປີດເພງສຽງດັງ ຢູ່ເຂດບ້ານໜອງທາເໜືອ, ປກສ ນວ ຈຶ່ງໄດ້ມອບໝາຍໃຫ້ ປກສ ເມືອງຈັນທະບູລີ ນຳພາໂດຍ ພັທ ພອນໃຈ ພາມຸງຄຸນ ຮອງຫົວໜ້າ ປກສ ເມືອງຈັນທະບູລີ ແລະ ພັທ ພົມມີ ແສນຈົງຮັກ ຫົວໜ້າ ປກສ ກຸ່ມ 5 ໜອງທາ ພ້ອມດ້ວຍ ປກສ-ກອງຫຼອນບ້ານໜອງທາເໜືອ ລົງກວດກາພົບເຫັນກຸ່ມໄວລຸ້ນຈຳນວນ 7 ຄົນ, ຍິງ 3 ຄົນ ກຳລັງຊຸມແຊວກັນຢູ່ຫ້ອງແຖວ ບ້ານ ໜອງທາເໜືອ ຮ່ອມ 7.

ພາຍຫຼັງເຈົ້າໜ້າທີ່ພົບເຫັນພວກກ່ຽວ ຈຶ່ງໄດ້ເຊີນຂຶ້ນມາຫ້ອງການ ບ້ານ ໜອງທາເໜືອ ເພື່ອສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກໄວ້ ພ້ອມທັງນຳສົ່ງພວກກ່ຽວເຂົ້າໄປສູນກັກກັນ ໂຮງຮຽນເລກ 9 ເມືອງ ຈັນທະບູລີ ນວ ຕາມທິດຊີ້ນຳຂອງຄະນະພັກ-ຄະນະບັນຊາ ນວ ເພື່ອກວດກາຫາເຊື້ອພະຍາດ ຖ້າພົບວ່າ ການກະທຳຂອງພວກກ່ຽວເປັນສາເຫດ ໃຫ້ມີການແຜ່ເຊື້ອພະຍາດ ແມ່ນຈະໃຫ້ຮັບຜິດຊອບຜົນເສຍຫາຍທີ່ເກີດຂຶ້ນ ແລະ ມີຄວາມຮັບຜິດຊອບທາງອາຍາ ຕາມປະມວນກົດໝາຍໄດ້ກຳນົດໄວ້ ແລະ ຕໍ່ກັບການກະທຳດັ່ງກ່າວ ເປັນການລະເມີດແຈ້ງການ ເລກທີ 02/ຈນວ ທີ່ລະບຸໄວ້ໃນຂໍ້ 1.2 ມາດຕະການເພິ່ມເຕີມ, ຂໍ້ 2) ກໍານົດໄວ້ວ່າ: ຫ້າມຈັດງານລ້ຽງສ້າງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່ ເພື່ອເປັນການປ້ອງກັນ ສະກັດກັ້ນ ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ອອກໄປສູ່ວົງກວ້າງ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຊາວ ນວ ໃຫ້ປະຕິບັດຕາມຄຳສັ່ງ ເລກທີ 15/ນຍ ແລະ ແຈ້ງການເລກທີ 02/ຈນວ ວາງອອກຢ່າງເຂັ້ມງວດ ຖ້າຍັງສືບຕໍ່ລະເມີດຈະໄດ້ນຳໃຊ້ມາດຕະການທາງກົດໝາຍ ຢ່າງບໍ່ມີຂໍ້ຍົກເວັ້ນ ແລະ ຂໍໃຫ້ຊາວ ນວ ຈົ່ງພ້ອມກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່ພົບເຫັນສະຖານທີ່ໃດທີ່ຍັງລະເມີດຄຳສັ່ງ, ແຈ້ງການຕ່າງໆໃຫ້ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...