spot_img
Homeເກັບຕົກ-ເລື່ອງແປກສຸດແປກ!! ຮ້ານບຸບເຟ້ຕົກແຕ່ງຮ້ານໃຫ້ຄືກັບງານສົບ ແລະ ປ່າຊ້າ!

ສຸດແປກ!! ຮ້ານບຸບເຟ້ຕົກແຕ່ງຮ້ານໃຫ້ຄືກັບງານສົບ ແລະ ປ່າຊ້າ!

Published on

ຢູ່ແຂວງສົງຂາປະເທດໄທໄດ້ມີນັກຂ່າວລາຍງານວ່າມີຮ້ານບຸບເຟ້ ທີ່ມີລັກສະນະແຕກຕ່າງຈາກຮ້ານອື່ນ ເນື່ອງຈາກທາງຮ້ານໄດ້ມີການຕົກແຕ່ງຮ້ານໃນບັນຍາກາດທີ່ເຮັດໃຫ້ຂົນຫົວລຸກ ໂດຍມີການຈໍາລອງປ່າຊ້າ ແລະ ງານສົບມາໄວ້ໃນຮ້ານ.

ເຊິ່ງໄອເດຍການຈໍາລອງປ່າຊ້າເຂົ້າມາຕົກແຕ່ງຮ້ານເນື່ອງມາຈາກຍັງບໍ່ມີໃຜເຄິຍເຮັດມາກ່ອນ ໂດຍໜ້າຮ້ານຈະມີສານພະພູມຕັ້ງຢູ່ 4 ສານ ເມື່ອເຂົ້າໄປໃນຮ້ານຈະມີໂລງສົບຕັ້ງຢູ່ພ້ອມກັບໂຖດອກບົວ, ທາດໃສ່ກະດູກ, ໝໍ້ສະກົດວິນຍານທີ່ມີຄວັນສີຂາວປິວອອກມາຕະຫຼອດເວລາ.

ສ່ວນພາຍໃນຮ້ານນັ້ນກໍຈະຕົກແຕ່ງດ້ວຍສິ່ງຂອງທີ່ໃຊ້ໃນງານສົບເຊັ່ນ: ພວງຫຼີດ, ດອກໄຟຮູບໜ້າຜີ, ຢູ່ທີ່ຝາກໍຈະມີເລືອດ ແລະ ນໍ້າຕາທຽນໄຫຼລົງມາ. ນອກຈາກການຕົກແຕ່ງຮ້ານທີ່ໃຫ້ຄວາມຫຼອນແລ້ວ ເມນູອາຫານກໍຍັງຫຼອນບໍ່ແພ້ກັນບໍ່ວ່າຈະເປັນເມນູຊຸດພິເສດຄື: ເມນູຜີປອບ, ຕົ້ມຍໍາກະທະທອງແດງ, ເມນູຜີຕານີ, ຜີກະສືອອກລ່າ ສ່ວນເພງທີ່ເປີດໃນຮ້ານກໍຈະເປັນເພງທີ່ກ່ຽວກັບທໍາມະ ຫຼື ເລື່ອງຂອງເວນກໍາ.

ທາງເຈົ້າຂອງຮ້ານບອກວ່າ ສໍາລັບແນວຄິດໃນການຕັ້ງຊື່ ແລະ ການຕົກແຕ່ງຮ້ານແນວນີ້ມາຈາກການທີ່ຢາກໃຫ້ທຸກຄົນມີສະຕິໃນການກິນ, ການເຮັດວຽກ ແລະ ການໃຊ້ຊີວິດ ໃຫ້ຄິດເຖິງຄວາມຕາຍວ່າເປັນເລື່ອງທໍາມະຊາດ ບໍ່ໄດ້ເປັນຕາຢ້ານ ເຊິ່ງວ່າທາງຮ້ານກໍຈະມີທໍາມະແຊກຊ້ອນຢູ່ນໍາ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...