spot_img
Homeຂ່າວຕ່າງປະເທດທົ່ວໂລກເຝົ້າລະວັງໂຄວິດ-19 ສາຍພັນອິນເດຍທົ່ວໂລກມີການລະບາດແລ້ວກວ່າ 30 ປະເທດ

ທົ່ວໂລກເຝົ້າລະວັງໂຄວິດ-19 ສາຍພັນອິນເດຍທົ່ວໂລກມີການລະບາດແລ້ວກວ່າ 30 ປະເທດ

Published on

ໂຄວິດ-19 ສາຍພັນອິນເດຍສ້າງຄວາມກັງວົນໃຫ້ຫຼາຍປະເທດທົ່ວໂລກຫຼັງພົບການແຜ່ລະບາດໄປແລ້ວກວ່າ 30 ປະເທດ ເຊິ່ງອົງການອານາໄມໂລກລະບຸວ່າໄວຣັສສາຍພັນດັ່ງກ່າວອາດມີຄວາມສາມາດໃນການແຜ່ລະບາດຢ່າງໄວວາ ໃນຂະນະທີ່ບາງຜູ້ຊ່ຽວຊານກັງວົນວ່າອາດສົ່ງຜົນຕໍ່ປະສິດທິພາບຂອງວັກຊີນ.

ທ່າມກາງຫຼາຍປະເທດທີ່ປະກາດລະງັບການເດີນທາງຂາເຂົ້າຈາກອິນເດຍເພື່ອປ້ອງກັນການແຜ່ລະບາດຂອງໄວຣັດສາຍພັນ B.1.617 ເຊັ່ນ: ປະເທດອັງກິດ, ການາດາ, ຮົງກົງ, ສິງກະໂປ, ຝຣັ່ງ, ອີຫຣ່ານ, ອິນໂດເນເຊຍ, ຄູເວດ, ສະຫະລັດອາຣັບເອມິເຣດ (UAE).

ໂຄວິດ-19 ສາຍພັນ B.1.617 ຖືກກວດພົບໃນອິນເດຍຄັ້ງທຳອິດເມື່ອເດືອນຕຸລາ 2021 ແລະ ມີລາຍງານພົບການລະບາດຂອງສາຍພັນດັ່ງກ່າວໃນຫຼາຍປະເທດທົ່ວໂລກຄື: ອິນເດຍ, ອັງກິດ, ອາເມລິກາ, ສິງກາໂປ, ອອສເຕຣເລຍ, ບຣາເຣນ, ເຢຍລະມັນ, ນິວຊີແລນ, ສະວິດເຊີແລນ, ໄອແລນ, ເບລຢຽມ, ຈີນ, ເນເທີແລນ, ເກົາຫຼີໃຕ້, ປອັກຕຸຍການ, ສະວີເດນ, ຈໍແດນ, ຣັດເຊຍ, ກຣີຊ, ອີຕາລີ, ຊິນມາຣເທິນ, ກົວດໍລູ, ແມັກຊີໂກ, ການາດາ, ອາຣມາ, ມາເລເຊຍ, ກຳປູເຈຍ, ຫວຽດນາມ, ໂຣມາເນຍ, ອິນໂດເນຍເຊຍ, ຍີ່ປຸ່ນ ແລະ ໄທ.

ແຕ່ເຖິງແນວໃດກໍ່ຕາມຍັງບໍ່ມີຫຼັກຖານຢືນຢັນວ່າໄວຣັດກາຍພັນດັ່ງກ່າວນີ້ຈະເຮັດໃຫ້ເກີດໂຣກຮຸນແຮງຂຶ້ນ ຫຼື ສົ່ງຜົນຕໍ່ປະສິດທິພາບຂອງວັກຊີນໃນປັດຈຸບັນ.

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...