spot_img
Homeນານາສາລະຄວາມເຊື່ອແບບຜິດໆ ແລະ ຄວາມຈິງກ່ຽວກັບທຸລຽນ

ຄວາມເຊື່ອແບບຜິດໆ ແລະ ຄວາມຈິງກ່ຽວກັບທຸລຽນ

Published on

1. ທຸລຽນ ກັບ ເຄື່ອງດື່ມແອວກໍຣໍ (ເຫຼົ້າ,ເບຍ,ວາຍ…) ຄວາມເຊື່ອ: ຖ້າກິນທຸລຽນ ພ້ອມກັບເຄື່ອງດື່ມແອວກໍຣໍ ຫຼື ກິນຕາມຫຼັງກັນ ອາດເຮັດໃຫ້ເສຍຊີວິດໄດ້. ຄວາມຈິງ: ເປັນເລື່ອງແທ້! ອົງການອານາໄມໂລກ ເຄີຍແຈ້ງໄວ້ວ່າ: ການກິນທຸລຽນ ພ້ອມກັບເຄື່ອງດື່ມແອວກໍຣໍ ໃນເວລາດຽວກັນ ຫຼື ຕາມຫຼັງກັນນັ້ນ ອາດເຮັດໃຫ້ຮ່າງກາຍເກີດພາວະຂາດນໍ້າ ແລະ ເຮັດໃຫ້ເສຍຊີວິດໄດ້. ເນື່ອງຈາກທຸລຽນ ໄປຢຸດສານທີ່ຊ່ວຍໃຫ້ຮ່າງກາຍລ້າງພິດເຫຼົ້າ ເອີ້ນວ່າ Aldehyde ເພາະສານນີ້ຈະຊ່ວຍໃຫ້ຮ່າງກາຍຂັບໄລ່ພິດເຫຼົ້າໄດ້ດີ. ເມື່ອໄປຂັດຂວາງສານພວກນີ້ແລ້ວ ກໍຈະເຮັດໃຫ້ທາດເຫຼົ້າໃນຮ່າງກາຍມີຄວາມຮຸນແຮງຂື້ນ. ອີກຢ່າງໜຶ່ງ ທຸລຽນເປັນອາຫານທີ່ມີໄຂມັນ ແລະ ຄາໂບໄຮ້ເດດສູງ ສ່ວນເຄື່ອງດື່ມແອວກໍຣໍ ກໍໃຫ້ພະລັງງານສູງເຊັ່ນດຽວກັນ ເມື່ອກິນທັງສອງພ້ອມກັນ ກໍຈະເຮັດໃຫ້ຮ່າງກາຍມີລະດັບນໍ້າຕານໃນເລືອດສູງຂື້ນຢ່າງໄວວາ.

2. ທຸລຽນ ກັບ ປູນາ, ຄວາມເຊື່ອ: ຖ້າກິນທຸລຽນ ຄູ່ກັບ ປູນາ ອາດເປັນຜິດຕໍ່ຮ່າງກາຍໄດ້. ຄວາມຈິງ: ບໍ່ແມ່ນ! ຈາກທີ່ຫຼາຍຄົນເຄີຍເຫັນຜ່ານເຟສບຸກ ທີ່ມີຮູບເຕືອນອອກມາວ່າ ບໍ່ຄວນກິນທຸລຽນ ຄູ່ກັບ ປູນາ ບອກເລີຍວ່າ: ເປັນຄວາມເຊື່ອທີ່ມົ້ວ ແລະ ບໍ່ມີມູນຄວາມຈິງ ເລື່ອງນີ້ ຢັ້ງຢືນຈາກ ອາຈານ ເຈດພາ ເດັ່ນດວງບໍລິພັນ ອາຈານປະຈຳພາກວິຊາຊີວະວິທະຍາ ຄະນະວິທະຍາສາດ ມະຫາວິທະຍາໄລ ຈຸລາລົງກອນ.

3. ທຸລຽນ ກັບ ນໍ້າອັດລົມ (ແປບຊີ,ໂຄກ…) ຄວາມເຊື່ອ: ຖ້າກິນ ທຸລຽນ ກັບ ນໍ້າອັດລົມ ອາດເຮັດໃຫ້ເສຍຊີວິດໄດ້. ຄວາມຈິງ: ບໍ່ແມ່ນ! (ແຕ່ກໍບໍ່ຄວນກິນພ້ອມກັນ ເພາະມີນໍ້າຕານສູງທັງສອງ ) ຂໍ້ມູນຈາກອົງການອານາໄມໂລກ ບອກໄວ້ວ່າ: ກິນທຸລຽນ 3-4 ບົວ ເຮັດໃຫ້ຮ່ງກາຍໄດ້ຮັບພະລັງງານເຖິງ 520-780 ກິໂລ ແຄລໍຣີ ທຽບກັບການກິນແປບຊີ້ 2 ປ໋ອງ ຫຼື ເຂົ້າມັນໄກ່ 2 ຈານ ດັ່ງນັ້ນ ຄົນເຮົາຄວນກິນທຸລຽນມື້ລະ 2 ບົວ.

4. ທຸລຽນ ກັບ ຢາ ແກ້ໄຂ້, ຄວາມເຊື່ອ: ຖ້າກິນ ທຸລຽນ ຕໍ່ດ້ວຍຢາແກ້ໄຂ້ ອາດເຮັດໃຫ້ເປັນພິດຕໍ່ຮ່າງກາຍ. ຄວາມຈິງ: ຍັງບໍ່ມີຂໍ້ມູນຢືນຢັນຊັດເຈນ! ທຸລຽນຈະເຮັດໃຫ້ອຸນຫະພູມໃນຮ່າງກາຍສູງຂື້ນ ເມື່ອກິນເຂົ້າໄປແລ້ວ ແລະ ອາດຈະເຮັດໃຫ້ໂຕຮ້ອນຄືກັບເປັນໄຂ້ ບາງຄົນອາດຄິດຢາກກິນຢາແກ້ໄຂ ເພື່ອໃຫ້ອຸນຫະພູມຫຼຸດລົງ ແຕ່ທາງທີ່ດີທີ່ສຸດແມ່ນ ຄວນດື່ມນໍ້າແທນ ເພື່ອເປັນການເຜົາຜານພະລັງງານຈາກໄດ້ດີຂື້ນ.

5. ທຸລຽນ ກັບ ມັງຄຸດ ລີ້ນຈີ່, ຄວາມເຊື່ອ ຖ້າກິນທຸລຽນ ກັບ ມັງຄຸດ, ລີ້ນຈີ່, ໝາກມີ້ ຈະເຮັດໃຫ້ເປັນຮ້ອນໃນ ແລະ ສ່ຽງຕໍ່ນໍ້າຕານໃນເລືອດສູງໄດ້. ຄວາມຈິງ: ແມ່ນເລື່ອງແທ້! ທ່ານໝໍ ສາຍພິນ ໂຊຕິວິເຊີຍ ຜູ້ອຳນວນການສຳນັກງານ ໂພສະນາການ ໃຫ້ຂໍ້ມູນກ່ຽວກັບເລື່ອງນີ້ວ່າ: ແຕ່ລະມື້ ເຮົາຄວນກິນໝາກໄມ້ໃຫ້ພໍດີ ແລະ ມັງຂຸດກໍເປັນໝາກໄມ້ ທີ່ມີນໍ້າຕານສູງເຊັ່ນດຽວກັນ ເຊິ່ງເມື່ອກິນທຸລຽນແລ້ວ ກໍບໍ່ຄວນກິນໝາກໄມ້ຊະນິດອື່ນເພີ່ມ ເຊັ່ນ ລຳໃຍ, ລີນຈີ່ ໝາກມີ້ ເປັນຕົ້ນ.

6. ທຸລຽນ ກັບ ນໍ້າດື່ມປະລິມານຫຼາຍ, ຄວາມເຊື່ອ: ຫາກກິນທຸລຽນ ຄູ່ ກັບນໍ້ານໍ້າປະລະມານຫຼາຍ ຊ່ວຍກ້ອາການຮ້ອນໃນໄດ້. ຄວາມຈິງ: ແມ່ນເລື່ອງແທ້! ທຸລຽນເປັນໝາກໄມທີ່ມີໄຂມັນ ແລະ ຄາໂບໄຮເດດສູງ ນໍ້າຕານສູງ ຖ້າຫາກກິນໃນປະລິມານຫຼາຍກໍຈະເຮັດໃຫ້ເກີດຮ້ອນໃນ. ສະນັ້ນ, ຄວນກິນນໍ້າດື່ມ ຫຼັງຈາກກິນທຸລຽນແລ້ວ ແລະ ບໍ່ຄວນກິນທຸລຽນກ່ອນນອນ ເພາະຈະເຮັດໃຫ້ຮ່າງກາຍອຶດອັດ ນອນບໍ່ຫຼັບ.

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...