spot_img
Homeຂ່າວຕ່າງປະເທດຣັດເຊຍເປີດໂຕວັກຊີນ-19 “Sputnik Light” ທີ່ສັກພຽງເຂັມດຽວກໍພຽງພໍ!!

ຣັດເຊຍເປີດໂຕວັກຊີນ-19 “Sputnik Light” ທີ່ສັກພຽງເຂັມດຽວກໍພຽງພໍ!!

Published on

ໃນວັນທີ 6 ພືດສະພາ 2021 ທີ່ຜ່ານມາ ທາງການຂອງສະຫະພັນລັດເຊຍໄດ້ອະນຸມັດການໃຊ້ວັກຊີນ Sputnik Light ໂດຍບອກວ່າເປັນວັກຊີນທີ່ມີປະສິດທິພາບໃນການປ້ອງກັນໂຄວິດ-19 ພຽງແຕ່ສັກເຂັມດຽວເທົ່ານັ້ນ ເຊິ່ງແຕກຕ່າງວຈາກວັກຊີນ Sputnik V ທີ່ຕ້ອງໄດ້ສັກເຖິງສອງເຂັມ.

ທັງນີ້ RDIF ເຊິ່ງເປັນກອງທຶນບໍລິຫານຄວາມໝັ້ນຄົງຂອງລັດເຊຍໄດ້ໃຫ້ການສະໜັບສະໜຸນການຜະລິດວັກຊີນປ້ອງກັນໂຄວິດ-19 ທີ່ມີປະສິດທິພາບ 79.4% ໃນການປ້ອງກັນພະຍາດໂຄວິດ-19 ແລະ ມີລາຄາປະມານ 100,000 ກີບ/ໂດສ ໂດຍສາມາດເກັບໄວ້ໃນສະຖານທີ່ເກັບຮັກສາແບບມາດຕະຖານ ແລະ ມີການຂົນສົ່ງແບບດຽວກັນກັບວັກຊີນຊະນິດອື່ນໆ.

ນອກຈາກນີ້ການທີ່ວັກຊີນມີປະສິດທິພາບໃນການປ້ອງກັນໂຄວິດ-19 ໄດ້ໃນການສັກພຽງເຂັມດຽວນັ້ນ ເຮັດໃຫ້ Sputnik Light ສາມາດສ້າງພູມຄຸ້ມກັນໝູ່ໃຫ້ກັບປະຊາຊົນໃນໄລຍະເວລາທີ່ສັ້ນກວ່າເກົ່າ, ແຕ່ເຖິງຢ່າງໃດກໍຕາມ Sputnik Light ກໍາລັງຢູ່ໃນຂັ້ນຕອນການທົດລອງໃນໄລຍະທີ່ 3 ໃນລັດເຊຍ, ສະຫະລັດອາເມລິກາ ແລະ ການາດາ ລວມທັງອີກຫຼາຍປະເທດ ໂດຍມີອາສາສະໝັກປະມານ 7,000 ຄົນ ແລະ ຄາດວ່າຈະມີການປະກາດຜົນການທົດລອງພາຍໃນເດືອນນີ້.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...