spot_img
Homeຂ່າວທ້ອງຖິ່ນຫົວພັນ​ເປິດການສັນຈອນຂອງພາຫະນະທຸກປະເພດພາຍໃນແຂວງຂອງຕົນ

ຫົວພັນ​ເປິດການສັນຈອນຂອງພາຫະນະທຸກປະເພດພາຍໃນແຂວງຂອງຕົນ

Published on

ເນື່ອງຈາກການຕິດຕາມສະພາບການລະບາດຂອງພະຍາດໂຄວິດ-19 ຂອງຄະນະສະເພາະກິດຂັ້ນແຂວງ ແລະ ເມືອງ ທີ່ໄດ້ດຳເນີນມາແຕ່ວັນທີ 21 ເມສາ 2021​ ຈົນເຖິງວັນທີ 04 ພຶດສະພາ 2021 ເຫັນວ່າ: ພາຍໃນແຂວງຍັງບໍ່ທັນພົບກໍລະນີຜູ້ຕິດເຊື້ອພະຍາດ ໂຄວິດ-19.

ໃນວັນທີ​ 5​ ພຶດສະພາ​ 2021​ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ອອກແຈ້ງການເປິດການສັນຈອນຂອງພາຫະນະທຸກປະເພດ ພາຍໃນແຂວງ​ ​ເພື່ອອໍານວຍຄວາມສະດວກໃນການສັນຈອນໄປມາ, ເຮັດໃຫ້ການຄົມມະນາຄົມຂົນສົ່ງ ສິນຄ້າ ແລະ ໂດຍສານ ພາຍໃນແຂວງຫົວພັນ ເຂົ້າສູ່ສະພາວະປົກກະຕິ ໂດຍພະແນກ ຍທຂ ແຂວງຫົວພັນ ອອກແຈ້ງການດັ່ງນີ້:

  1. ເຫັນດີເປີດການສັນຈອນຂອງພາຫະນະທຸກປະເພດ ພາຍໃນແຂວງຫົວພັນ ເປັນປົກກະຕິ ເລີ່ມແຕ່ເວລາ​ 06:00 ໂມງ ຂອງວັນທີ 05 ພຶດສະພາ 2021 ເປັນຕົ້ນໄປ.
  2. ຜູ້ນໍາໃຊ້ພາຫະນະທຸກປະເພດທີ່ສັນຈອນໄປມາພາຍໃນແຂວງຫົວພັນ ລວມທັງຜູ້ໂດຍສານ ຕ້ອງປະຕິບັດມາດຕະການສະກັດກັ້ນ. ຄວບກຸມການແຜ່ລະບາດຂອງພະຍາດໂຕວິດ- 19 ຕາມມາດຕະການຂອງຄະນະສະເພາະກິດຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ວາງອອກຢ່າງເຂັ້ມງວດ.
  3. ລົດຂົນສົ່ງສິນຄ້າ, ສະບຽງອາຫານ ແລະ ນ້ຳມັນເຊື້ອໄຟ ທີ່ຂົນສົ່ງຈາກຕ່າງແຂວງ, ຕ່າງປະເທດເຂົ້າມາແຂວງຫົວພັນແມ່ນ ຍັງໃຫ້ສືບຕໍ່ປະຕິບັດການຄ່ຽນຖ່າຍສິນຄ້າ ຫຼື ສັບປ່ຽນໂຊເຟີ້ ລົດຕາມແຈ້ງການແນະນຳຂອງພະແນກ ຍທຂ ແຂວງຫົວພັນ ສະບັບເລກທີ 1075/ຍທຂ, ລົງວັນທີ 23 ເມສາ 2021 ຈົນກວ່າຈະມີການປ່ຽນແປງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...