spot_img
Homeຂ່າວຕ່າງປະເທດອັງກິດວາງແຜນໃຫ້ປະຊາຊົນອາຍຸຫຼາຍກວ່າ 50 ປີສັກຢາວັກຊີນປ້ອງກັນໂຄວິດ-19 ເຂັມທີສາມ

ອັງກິດວາງແຜນໃຫ້ປະຊາຊົນອາຍຸຫຼາຍກວ່າ 50 ປີສັກຢາວັກຊີນປ້ອງກັນໂຄວິດ-19 ເຂັມທີສາມ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ພຶດສະພາ, ໂດຍອ້າງອີງຈາກ ໜັງສືພິມ Times ວ່າລັດຖະບານອັງກິດ ກຳລັງວາງແຜນການໃຫ້ປະຊາຊົນອາຍຸຫຼາຍກວ່າ 50 ປີໄດ້ຮັບການສັກຢາວັກຊີນປ້ອງກັນ COVID-19 ເຂັມທີສາມ ໃນຊ່ວງລະດູໃບໄມ້ຫຼົ່ນທີ່ຈະມາເຖິງ ປະຈຸບັນກຳລັງຄົ້ນຄ້ວາໃນສອງກຸ່ມຕົວຢ່າງພາຍໃຕ້ການຊີ້ນຳຂອງ Dr. Chris Whitley, ທີ່ປຶກສາດ້ານນະໂຍບາຍການແພດຂອງອັງກິດ.

ທັງນີ້, ການສຶກສາກຳລັງດຳເນີນຢູ່ແບ່ງປັນ ວັກຊີນທີ່ມີການປັບປຸງເພື່ອໃຫ້ຮັບມືກັບເຊື້ອໄວຣັດໂຄໂຣນາກາຍພັນ ແລະ ການສັກຢາວັກຊີນເຂັມທີສາມໃຫ້ແກ່ກຸ່ມຕົວຢ່າງ ໂດຍໃຊ້ວັກຊີນທີ່ກຳລັງແຈກຍາຍຢູ່ໃນອັງກິດໄດ້ແກ່: ໄຟເຊີ/ໄບໂອເອັນເທດ, ແອສຕຣາເຊເນກາ ແລະ ໂມເດີນາ.

ໃນຂະນະທີ່ລັດຖະບານອັງກິດບໍ່ມີຄວາມຄິດເຫັນຢ່າງເປັນທາງການ. ຕໍ່ລາຍງານຂອງໜັງສືພິມ The Times, ປັດຈຸບັນ ປະເທດແຫ່ງນີ້ມີປະຊາກອນປະມານ 67 ລ້ານຄົນ ມີຜູ້ຮັບວັກຊີນປ້ອງກັນໂຣກໂຄວິດ-19 ຢ່າງນ້ອຍ 1 ໂດສແລ້ວຫຼາຍກວ່າ 34,6 ລ້ານຄົນ ແລະ ໄດ້ມີການສັ່ງຈອງວັກຊີນຫຼາຍກວ່າ 510 ລ້ານໂດສ ຈາກບໍລິສັດຢ່າງນ້ອຍ 8 ແຫ່ງ ເຊິ່ງໄດ້ເຮັດສັນຍາລ່ວງຫນ້າກັບບັນດາບໍລິສັດທີ່ຍັງບໍ່ທັນເອົາຜະລິດຕະພັນດັ່ງກ່າວມາພິຈາລະນາໂດຍພະແນກສາທາລະນະສຸກອັງກິດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...