spot_img
Homeຂ່າວທ້ອງຖິ່ນຈຳປາສັກອາດຈະນຳໃຊ້ຄ້າຍຄຸມຂັງເປັນໂຮງຫມໍສະໜາມ

ຈຳປາສັກອາດຈະນຳໃຊ້ຄ້າຍຄຸມຂັງເປັນໂຮງຫມໍສະໜາມ

Published on

ແຂວງ ຈໍາປາສັກ ໄດ້ມີຜູ້ຕິດເຊື້ອພຽງວັນດຽວ ໃນວັນວັນທີ 26 ເມສາ 2021 ຜ່ານມານີ້ ເຖິງ 54 ຄົນ ລວມ 78 ຄົນແລ້ວທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ ແຂວງຈໍາປາສັກ ແລະ ຄາດວ່າ ຍັງຈະມີຈໍານວນຜູ້ຕິດເຊື້ອດັ່ງກ່າວເພີ່ມອີກ.

ອີງຕາມການລາຍງານຈາກໜັງສືພິມລາວພັດທະນາ ໃຫ້ຮູ້ວ່າ ໃນວັນທີ 27 ເມສາ 2021, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍ ທ່ານ ພົຈວ ສຸໄກ ພິມມະສານ ຫົວໜ້າກອງບັນຊາການທະຫານແຂວງ, ທ່ານ ພັອ ຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ຄະນະກໍາມະການສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ແຂວງຈໍາປາສັກ ໄດ້ລົງເຄື່ອນໄຫວ ສຳຫຼວດເບິ່ງສະຖານທີ່ ຈະນຳໃຊ້ເປັນໂຮງຫມໍສະໜາມ ເພື່ອເປັນໂຮງຫມໍ ສໍາຮອງ ຫາກມີການລະບາດພະຍາດ ຢ່າງຮ້າຍແຮງ.

ເພື່ອຮອງຮັບສະຖານະການດັ່ງກ່າວນັ້ນ, ຄະນະຊີ້ນຳ, ຄະນະສະເພາະກິດ ໄດ້ຄົ້ນຄວ້າ ແລະໄດ້ເລັງເຫັນຢູ່ສອງຈຸດທີ່ເຫັນວ່າມີຄວາມເໜາະສົມ ຄື: ຈຸດທີ 1 ແມ່ນ: ອາຄານຫໍພັກນັກສຶກສາ ວິທະຍາໄລ ການເງິນພາກໃຕ້ ທີ່ສາມາດຮອງຮັບ ຜູ້ຕິດເຊື້ອໄດ້ 400 ຫາ 480 ຄົນ ແລະ ຈຸດທີ 2 ແມ່ນ: ອາຄານ ເຈົ້າໜ້າທີ່ ແລະ ຄ້າຍຄຸມຂັງ ທັນສະໄໝ ເຊິ່ງເປັນໂຄງການກໍ່ສ້າງລະບົບຄ້າຍຄຸມຂັງທັນສະໄໝ ຈັດຕັ້ງປະຕິບັດ ໄລຍະທີ I ເລີ່ມກໍ່ສ້າງຕັ້ງແຕ່ເດືອນ 02 ປີ 2019 ຈົນຮອດປະຈຸບັນ ຄວາມຄືບໜ້າ ແມ່ນສໍາເລັດ 96.18%; ສາມາດຮອງຮັບຜູ້ຕິດເຊື້ອ ແລະ ແພດປິ່ນປົວ ໄດ້ 1000-2000 ຄົນ; ມີ ລະບົບສິ່ງອຳນວຍຄວາມສະດວກເຫມາະສົມ ແລະ ສອດຄ່ອງຕາມຫລັກການແຍກປ່ຽວມາດຕະການດ້ານສາທາລະນະສຸກ. ເຊິ່ງອົງການປົກຄອງແຂວງຈໍາປາສັກຈະໄດ້ສືບຕໍ່ປະສານກັບກະຊວງກ່ຽວຂ້ອງ ແລະ ບໍລິສັດຮັບເຫມົາກໍ່ສ້າງ ເພື່ອຂໍອະນຸຍາດນໍາໃຊ້ ແລະ ເລັ່ງປັບປຸງບາງຈຸດທີ່ຍັງບໍ່ທັນສຳເລັດ ໃຫ້ສາມາດນຳໃຊ້ເພື່ອເປັນສະຖານທີ່ສໍາຮອງ ຂອງແຂວງ ໃນກໍລະນີມີການລະບາດພະຍາດຢ່າງຮ້າຍແຮງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...