spot_img
Homeຂ່າວຕ່າງປະເທດກຳປູເຈຍສັ່ງໃຫ້ປົດຕຳແໜ່ງນາຍທະຫານລະດັບສູງໂທດຖານລັກລອບຂົນສົ່ງປະຊາຊົນຂ້າມແຂວງ

ກຳປູເຈຍສັ່ງໃຫ້ປົດຕຳແໜ່ງນາຍທະຫານລະດັບສູງໂທດຖານລັກລອບຂົນສົ່ງປະຊາຊົນຂ້າມແຂວງ

Published on

ເມື່ອວັນທີ 23 ມີນາ 2021 ສຳນັກຂ່່າວຊິນຫົວລາຍວ່າ ພຣະບາດສົມເດັດພຣະໂນດົມ ສີໝຸນີ ກະສັດແຫ່ງກຳປູເຈຍ ໄດ້ສັ່ງໃຫ້ປົດຕຳແໜ່ງນາຍທະຫານລະດັບສູງຈາກກອງທັບກຳປູເຈຍ. ຫຼັງຈາກເຈົ້າໜ້າທີ່ທະຫານຄົນດັ່ງກ່າວໄດ້ລະເມີດມາດຕະການສະກັດກັ້ນການລະບາດຂອງເຊື້ອໄວຣັດໂຄວິດ-19 ໂດຍການລັກລອບຂົນສົ່ງຄົນຂ້າມແຂວງ.

ພົນຕີຊຸມ ພອຟ ຮອງຫົວໜ້າຄະນະວິໄຈຍຸດທະສາດການທະຫານ ຖືກຈັບກຸມຕົວເມື່ອວັນທີ 22 ເມສາທີ່ຜ່ານມາ ໃນໂທດຖານທີ່ກ່ຽວຂ້ອງກັບການລັກລອບນຳປະຊາຊົນ 28 ຄົນ ເດີນທາງຈາກນະຄອນຫຼວງພະນົມເປນ ໄປທີ່ແຂວງສວາຍຮຽງ.

ກ່ອນໜ້ານີ້, ພົນຕີຊຸນ ພອຟ ໄດ້ຮັບໃບອະນຸຍາດເດີນທາງທີ່ອອກໂດຍພົນໂທ ເມຍ ວັນນາ ຫົວໜ້າຄະນະວິໄຈຍຸດທະສາດການທະຫານ ທີ່ອະນຸຍາດໃຫ້ເຂົາສາມາດເດີນທາງຜ່ານພະນົມເປນ ແລະ ແຂວງຕ່າງໄດ້ ໃນໄລຍະວັນທີ 1 ເມສາ ເຖິງ 30 ພຶດສະພາ ໂດຍຫຼັງຈາກໄດ້ຮັບໃບອະນຸຍາດເດີນທາງຜູ້ກ່ຽວແມ່ນໄດ້ໃຊ້ໃບອະນຸຍາດດັ່ງກ່າວເພື່ອລັກລອບນຳປະຊາຊົນຈາກພະນົມເປນໄປທີ່ແຂວງສວາຍຮຽງ ທີ່ມີຊາຍແດນຕິດກັບຫວຽດນາມ.

ພະລາຊະດຳລັດໄດ້ລະບຸວ່າການອອກຄຳສັ່ງໂຍກຍ້າຍແມ່ນດຳເນີນຕາມຄຳຮ້ອງຂໍຂອງນາຍົກລັດຖະມົນຕີ ກຳ ປູເຈຍ ທ່ານ ສົມເດັດຮຸນເຊນ ໂດຍນາຍພົນ ພອຟ ຈະຖືກດຳເນີນຄະດີຕາມກົດໝາຍຂອງປະເທດວ່າດ້ວຍການປ້ອງກັນໂຣກລະບາດໂຄວິດ-19.

ກະຊວງສາທາລະນະສຸກຂອງກຳປູເຈຍກ່າວວ່າ ກຳປູເຈຍປະສົບກັບການລະບາດຂອງໂຄວິດ-19 ໃນຊຸມຊົນຮອບທີສາມ, ນັບແຕ່ວັນທີ 20 ກຸມພາ ີ່ຜ່ານມາ, ໂດຍມີລາຍງານພົບຜູ້ຕິດເຊື້ອກໍລະນີໃໝ່ 655 ຄົນໃນວັນສຸກທີ່ຜ່ານມາ, ເຊິ່ງເຮັດໃຫ້ມີສະຖິຕິສະສົມທັງໝົດ 8,848 ກໍລະນີ, ຜູ້ປ່ວຍໄດ້ຮັບການປິ່ນປົວ 5,633 ກໍລະນີ ແລະ ມີຜູ້ເສຍຊີວິດ 61 ຄົນ.

ຮຽບຮຽງຂ່າວ: ພຸດສະດີ

 

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...