spot_img
Homeຂ່າວພາຍ​ໃນພົບຜູ້ຕິດເຊື້ອໃໝ່ 6 ຄົນ! ເຮັດໃຫ້ຍອດສະສົມຜູ້ຕິດເຊື້ອໂຄວິດໃນປະເທດລວມ 94 ຄົນ

ພົບຜູ້ຕິດເຊື້ອໃໝ່ 6 ຄົນ! ເຮັດໃຫ້ຍອດສະສົມຜູ້ຕິດເຊື້ອໂຄວິດໃນປະເທດລວມ 94 ຄົນ

Published on

ທ່ານ ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ  ພ້ອມດ້ວຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ  ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ລາຍງານສະພາບການລະບາດຂອງໂຄວິດ-19 ໃນ ສປປ ລາວ ໃນວັນທີ 22 ເມສາ 2021 ເຊິ່ງພົບຜູ້ຕິດເຊື້ອລາຍໃໝ່ ເພີ່ມ 6 ຄົນ, ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 150,159 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 94 ຄົນ.

  • ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 06 ຄົນ, ລາຍລະອຽດ ດັ່ງຕໍ່ໄປນີ້:
  • ກໍລະນີຢັ້ງຢືນທີ 89:

ເພດຍິງ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊີບ: ເຮັດວຽກຢູ່ຮ້ານອາຫານ  ຢູ່ເຂດປະທຸມທານີ, ປະເທດໄທ

– ທີ່ຢູ່ປະຈຸບັນ: ເມືອງອຸທຸມພອນ, ແຂວງສະຫວັນນະເຂດ

– ກ່ອນໜ້າເດີນທາງ ມາ ສປປ ລາວ ແມ່ນບໍ່ໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19

ປະຫວັດການເຄື່ອນໄຫວ

  • ວັນທີ 19​ ເມສາ 2021​

ອອກຈາກສະຖານີລົດໂດຍສານໝໍຊິດ ເວລາ 19:00 ໂມງ,  ມີຜູ້ໂດຍສານຮ່ວມກັນທັງໝົດ 30 ຄົນ.

  • ວັນທີ 20 ເມສາ 2021

– ເດີນທາງມາຮອດ ແຂວງມຸກດາຫານ ເວລາ 4:00 ໂມງເຊົ້າ

– ເວລາ 13:20 ໂມງ ມາຮອດຂົວມິດຕະພາບແຫ່ງທີ 2 ໄດ້ແຈ້ງເອກະສານເຂົ້າ ສປປ ລາວ. ຫຼັງຈາກນັ້ນຂື້ນລົດໄປສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ (ນັ່ງລົດມານຳກັນ 8 ຄົນ).

– ຜູ້ກ່ຽວແມ່ນບໍ່ມີອາການຫຍັງ

– ຖືກເກັບຕົວຢ່າງມາກວດຫາເຊື້ອພະຍາດໂຄວິດ-19

  • ວັນທີ 21​ ເມສາ 2021

– ຜົນກວດວິເຄາະພົບເຊື້ອ COVID-19

ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດ.

    • ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 28 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຜົນກວດ 25 ຄົນ ແມ່ນບໍ່ພົບເຊື້ອ, ທີ່ເຫຼືອຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
  • ກໍລະນີຢັ້ງຢຶນທີ 90:

ເພດຊາຍ ,ອາຍຸ: 31 ປີ , ສັນຊາດ: ລາວ , ອາຊີບ: ພະນັກງານ

ທີ່ຢູ່ປະຈຸບັນ: ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ

ປະຫວັດການເຄື່ອນໄຫວ

  • ວັນທີ 13 ເມສາ 2021

ມີໝູ່ ຂີ່ຍົນຈາກສະໜາມບິນວັດໄຕ ໄປລົງຢູ່ສະໜາມບິນຫລວງນໍ້າທາ (ສາຍການບິນລາວ), ຫຼັງຈາກນັ້ນ ໄດ້ຂື້ນລົດຕູ້ໄປແຂວງບໍ່ແກ້ວ

  • ວັນທີ 15 ເມສາ 2021

ໄດ້ພາໝູ່ ໄປຫລີ້ນເຮືອນໝູ່ ຢູ່ບ້ານຫ້ວຍມອນ ແລະ ຕອນແລງ ໄປຫລີ້ນທີ່ດອນບ້ານດ່ານຖີ່ນ

  • ວັນທີ 18 ເມສາ 2021

ພາໝູ່ ໄປສູ່ຂວັນ ຢູ່ເຮືອນບ້ານວຽງໃໝ່ ເລີ້ມມີອາການປວດຕົນໂຕ ແລະ ຕອນຄໍ່າໄດ້ໄປຮ້ານນວດ ຢູ່ປ່າອ້ອຍ

  • ວັນທີ 19 ເມສາ 2021

ໄປກິນເຂົ້າຢູ່ຮ້ານອາຫານໂປະແຕກ, ຕອນແລງ ໄປວຽກຢູ່ເມືອງຕົ້ນເຜີ້ງ ແລະ ໄປກິນສະເຕັກ ຢູ່ທີ່ຮ້ານກາງເມືອງ (ບໍ່ຈື່ຊື່ຮ້ານ)

  • ວັນທີ 20 ເມສາ 2021

– ໄປກິນເຂົ້າຢູ່ຮ້ານອາຫານຈີນ, ບ້ານຫ້ວຍຊາຍໃຕ້

– ຕອນແລງ ໄປກິນຊີ້ນດາດ ແລະ ຮູ້ສຶກປວດກ້າມຊີ້ນຫລາຍຂື້ນ, ໜາວ ແລະ ໄອ

  • ວັນທີ 21 ເມສາ 2021

– ອາການດີຂື້ນ

– ໄດ້ໄປເກັບຕົວຢ່າງ ຢູ່ຂົວມິດຕະພາບ ແຫ່ງທີ 4

– ໄປອອກກໍາລັງກາຍ ຢູ່ທີ່ເດີ່ນກິລາບ້ານມົກກະຈອກ

  • ວັນທີ 22 ເມສາ 2021

– ຜົນກວດວິເຄາະພົບເຊື້ອ COVID-19

ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງບໍ່ແກ້ວ.

  • ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 03 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

 ກໍລະນີຢັ້ງຢຶນທີ 91:

ເພດຊາຍ, ອາຍຸ: 28 ປີ , ສັນຊາດ: ລາວ

ທີ່ຢູ່ປະຈຸບັນ: ບ້ານສະພານທອງເໜືອ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ

– ເປັນກໍລະນີສຳຜັດ ກັບກໍລະນີທີ 85

  • ວັນທີ 19 ເມສາ 2021

ເວລາ 18:30 – 21:00 ໂມງແລງ ໄປຕີດອກປີກໄກ່ ຢູ່ເດີ່ນກີລາລ້ານຊ້າງ ແລະ ກິນອາຫານຮ່ວມກັບໝູ່ 10 ຄົນ, ໃນນັ້ນມີກໍລະນີທີ 85 ຮ່ວມຢູ່ນໍາ

  • ວັນທີ 20 ເມສາ 2021

ເວລາ 10:00 ໂມງ ໄດ້ໄປຮ້ານເຝີກັບໝູ່ 1 ຄົນ ຢູ່ຮ້ານກົກຕ້ອງ, ບ້ານສະພັງໝໍ້

  • ວັນທີ 21 ເມສາ 2021

ເວລາ 14:00 ໂມງ ຮູ້ວ່າ ກໍລະນີ 85 ກວດພົບເຊື້ອ COVID-19 ແລະ ໄດ້ໂທຫາໝູ່ທີ່ໄດ້ໄປກີນຊຸມແຊວນໍາກັນ ໃນວັທີ 21/4/2021 ໄປກວດນໍາທີມງານແພດ ຢູ່ເດີ່ນກິລາໃນຮົ່ມບຶງຂະຫຍອງ

  • ວັນທີ 22 ເມສາ 2021

– ຜົນກວດວິເຄາະພົບເຊື້ອ COVID-19

ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.

  • ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 14 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

 ກໍລະນີຢັ້ງຢຶນທີ 92:

ເພດຍິງ ,ອາຍຸ: 22 ປີ , ສັນຊາດ: ລາວ, ອາຊີບ: ຂາຍເຄື່ອງອອນລາຍ

ທີ່ຢູ່ປະຈຸບັນ: ບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ

– ກໍລະນີສຳຜັດ ກັບກໍລະນີທີ 59​ ປະຫວັດການເຄື່ອນໄຫວ

  • ວັນທີ 15 ເມສາ 2021

– ໝູ່ຂອງລາວໄດ້ໄປກິນລ້ຽງປີໃໝ່ ກັບກໍລະນີ 59 ຢູ່ບ້ານໂພນທັນ

  • ວັນທີ 16 ເມສາ 2021

– ໄປຫ້ອງພັກຂອງ ໝູ່ 2 ຄົນ ທີ່ເປັນນ້ອງຮັກຂອງກໍລະນີ 59 ຢູ່ຫ້ອງແຖວຢູ່ບ້ານວຽງຈະເລີນ, ມີທັງໝົດ 3 ຄົນ

  • ວັນທີ 17 ເມສາ 2021

– ໄປກິນເຂົ້າກິນບ້ານອ້າຍໝູ່ (ໝູ່ຂອງກໍລະນີທີ 59) ຢູ່ທ່າເດື່ອ, ກິນນໍາກັນ 4 ຄົນ

  • ວັນທີ 19 ເມສາ 2021

– ໄປບ້ານເກີນກັບໝູ່ ໂດຍຂີ່ລົດສ່ວນຕົວ ແລ້ວກິນເຂົ້າຢູ່ບ້ານພີ່ນ້ອງ

– ຂາກັບແວ່ກິນເຂົ້າຢູ້ຮ້ານອາຫານແຖວຫາດກ້ຽງ (ບໍ່ຈື່ຊື່ຮ້ານ)

  • ວັນທີ 20 ເມສາ 2021

– ເລີ່ມມີອາການເຈັບຫົວ

– ໄດ້ເຂົ້າມາກວດຢູ່ຈຸດເກັບຕົວຢ່າງ ຢູ່ບຶງຂະຫຍອງ

  • ວັນທີ 21 ເມສາ 2021

– ຜົນກວດວິເຄາະ ພົບເຊື້ອ COVID-19

– ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.

  • ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 06 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

 ກໍລະນີຢັ້ງຢຶນທີ 93:

ເພດຊາຍ, ອາຍຸ: 25 ປີ , ສັນຊາດ:​ ລາວ, ອາຊີບ: ປະຊາຊົນ

ທີ່ຢູ່ປະຈຸບັນ: ບ້ານບຶງຂະຫຍອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ

– ກໍລະນີສຳຜັດກັບກໍລະນີທີ 58

       ປະຫວັດການເຄື່ອນໄຫວ

  • ວັນທີ 13 ເມສາ 2021

– ຜູ້ກ່ຽວ ແລະ ແຟນ ແມ່ນໄດ້ແຍກກັນໄປຫຼີ້ນ

– ຜູ້ກ່ຽວໄປເມືອງວັງວຽງ, ແຂວງວຽງຈັນ

– ສ່ວນແຟນຜູ້ກ່ຽວແມ່ນໄດ້ກັບບ້ານຫາດດອນຄູນ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ.

  • ວັນທີ 13-16 ເມສາ 2021

– ຜູ້ກ່ຽວຢູ່ເມືອງວັງວຽງ (ລົດຕູ້ໂດຍສານ) ປະມານ 15 ຄົນ, ຊ່ວງທີ່ຫຼີ້ນຢູ່ເມືອງວັງວຽງ ໄດ້ໄປເຮືອນໝູ່ ຢູ່ບ້ານເມືອງສອງ 6-7 ຄົນ, ເລາະຫຼີ້ນນໍ້າຊ່ອງ ກັບໝູ່ ແລະ ຄອບຄົວ

  • ວັນທີ 17 ເມສາ 2021

– ຜູ້ກ່ຽວໄດ້ກັບມານະຄອນຫຼວງວຽງຈັນ (ຂີ່ລົດນ້າສາວ ລົງຄີວເມສາຍເໜືອຕໍ່ລົດຕະຫຼາດເຊົ້າຫາບ້ານຂອງຕົນ)

  • ວັນທີ 17-20 ເມສາ 2021

– ເວລາ 7:00 ໂມງເຊົ້າ ແຟນຜູ້ກ່ຽວເດີນທາງກັບມາແຕ່ ແຂວງບໍລິຄໍາໄຊ (ຂີ່ລົດເມໃຫ່ຍ ປະມານ 20-30 ຄົນ) ເມືອງເກົ່າ-ວຽງຈັນ.

– ເວລາ 11:00-19:00 ໂມງ ໄດ້ອອກໄປວຽກ ຢູ່ໄອເຕັກ ຟິດເນັດເວີ (ມີຄົນໃຊ້ບໍລີການປະມານ 15 ຄົນ)

– ເວລາ 19:30 ໂມງ ໄປຫ້ອງແຖວແຟນ ທີ່ກັບມາແຕ່ແຂວງບໍລິຄຳໄຊ ເຊົ່າຫ້ອງແຖວຢູ່ບ້ານທາດຫຼວງໃຕ້, ເມືອງໄຊເສດຖາ ແລະ ໄດ້ລົມໝູ່ ແລະ ກິນຕໍາ ໃນບໍລິເວນຫ້ອງແຖວປະມານ 08 ຄົນ

  • ວັນທີ 21 ເມສາ 2021

ຮູ້ສືກເຈັບຄໍ, ເຈັບຫົວ ແລະ ເຈັບທ້ອງ (ແຟນໄດ້ແວ່ຮ້ານຂາຍຢາຢູ່ທາດຫຼວງ). ຜູ້ກ່ຽວ ແລະ ແຟນໄດ້ໄປເກັບຕົວຢ່າງຢູ່ຈຸດເດີນກິລາໃນຮົ່ມບຶງຂະຍອງ (ທີມງານໄດ້ເກັບແຕ່ຜູ້ກ່ຽວ ສ່ວນແຟນແມ່ນບໍ່ໄດ້ເກັບຕົວຢ່າງ)

  • ວັນທີ 22 ເມສາ 2021

– ຜົນກວດອອກມາພົບເຊື້ອ COVID-19

– ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.

  • ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 14 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

 ກໍລະນີຢັ້ງຢຶນທີ 94:

– ເພດຊາຍ, ອາຍຸ: 18 ປີ, ສັນຊາດ: ລາວ, ອາຊີບ: ຫວ່າງງານ

– ທີ່ຢູ່ປະຈຸບັນ: ບ້ານທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

ປະຫວັດການເຄື່ອນໄຫວ

  • ວັນທີ 6-7 ເມສາ 2021

ໄປກີນອາຫານຢູ່ບ້ານພີ່ນ້ອງ ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໄປນຳກັນທັງໝົດ 03 ຄົນ

  • ວັນທີ 13 ເມສາ 2021

– ເວລາ 12:00 ໂມງ ໄປງານລ້ຽງວັນເກີດໝູ່ ທີ່ຈັດຢູ່ຮ້ານຄາຣາໂອເກະ Diamond, ຂີ່ລົດນຳກັນທັງໝົດ 05 ຄົນ ແລະ ໄດ້ກິນຢູ່ຮ້ານດັ່ງກ່າວນໍາກັນປະມານ 14 ຄົນ

  • ວັນທີ 14 ເມສາ 2021

ຂີ່ລົດຈັກໄປນຳກັນທັງໝົດ 02 ຄົນ ໄປເຮືອນໝູ່ຢູ່ບ້ານໜອງບົວທອງ, ເມືອງສີໂຄດຕະບອງ ແລະ ກິນຊຸມນຳກັນປະມານທັງໝົດ 15 ຄົນ

  • ວັນທີ 16 ເມສາ 2021

ໄປເຮືອນພີ່ນ້ອງຢູ່ບ້ານສີສະຫວາດ

  • ວັນທີ 19 ເມສາ 2021

– ເວລາ 20:30 ໂມງ ໄປຮ້ານຄາຣາໂອເກະ 8118 ໄປນຳໝູ່ທັງໝົດ 6 ຄົນ ຂີ່ລົດໃຫ່ຍນຳກັນ ແລະ ໄດ້ກິນຊຸມຢູ່ຮ້ານດັ່ງກ່າວ ໃນຫ້ອງທັງໝົດປະມານ 20 ຄົນ

  • ວັນທີ 21 ເດືອນເມສາ 2021

ໄດ້ໄປກວດຕົວຢ່າງຢູ່ເດີ່ນກິລາໃນຮົ່ມບືງຂະຫຍອງ

  • ວັນທີ 22 ເດືອນເມສາ 2021

– ຜົນກວດອອກມາພົບເຊື້ອ COVID-19

– ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.

  • ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 60 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ຮຽບຮຽງຂ່າວ:​ພຸດສະດີ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...