spot_img
Homeນານາສາລະວິທີສົມມາພໍ່ແມ່ ຫຼື ຜູ້ອາວຸໂສຢ່າງຖືກຕ້ອງ ທີ່ລູກ-ຫຼານຄວນຮູ້ໄວ້

ວິທີສົມມາພໍ່ແມ່ ຫຼື ຜູ້ອາວຸໂສຢ່າງຖືກຕ້ອງ ທີ່ລູກ-ຫຼານຄວນຮູ້ໄວ້

Published on

ເນື່ອງໃນເທດສະການບຸນປີໃໝ່ລາວໃກ້ຈະມາຮອດ ການສົມມາພໍ່ແມ່ເພື່ອເປັນສິຣິມົງຄຸນໃຫ້ແກ່ຊີວິດ ຄວາມຈິງແລ້ວແມ່ນສາມາດເຮັດໄດ້ທຸກເວລາຕາມທີ່ຕົນຕ້ອງການ ແລະ ອີງໃສ່ຄວາມສະດວກຂອງຕົນເອງ ແລະ ຜູ້ເປັນພໍ່ແມ່ ບໍ່ຈຳເປັນເຈາະຈົງໃສ່ແຕ່ວັນເທດສະການປີໃໝ່ເທົ່ານັ້ນ ແຕ່ຍ້ອນຄ່ານິຍົມຂອງຄົນໃນສັງຄົມທີ່ນິຍົມກັນປະຕິບັດການສົມມາພໍ່ແມ່ໃນວັນປີໃໝ່.

ການສົມມາພໍ່ແມ່ ເພື່ອຂໍຂະມາລາໂທດເປັນໜຶ່ງໃນສິ່ງທີ່ລູກທຸກຄົນຄວນເຮັດ ເມື່ອເວລາຕົນປະພຶດຕົນບໍ່ດີກັບຜູ້ເປັນພໍ່-ແມ່ ຫຼື ຍາດຜູ້ໃຫຍ່ ບໍ່ວ່າຈະເປັນການກະທຳທາງກາຍ, ວາຈາ ທີ່ສົ່ງຜົນທາງດ້ານຈິດໃຈ ເພາະມັນມັນຍັງສະແດງໃຫ້ເຫັນຄວາມສຳນຶກບຸນຄຸນຂອງພໍ່ແມ່ທີ່ລ້ຽງດູຕົນເອງມາໃຫ້ໃຫຍ່ກ້າໜ້າບານ ເຊິ່ງການສົມມາພໍ່ແມ່ນັ້ນເຮົາຕ້ອງກຽມຫຍັງແນ່ມາຮູ້ຈັກໄປພ້ອມກັນເລີຍ 

ສິ່ງທີ່ຕ້ອງກຽມ 

1. ຂັນ 5 ດອກໄມ້ ແລະ ທຽນ
2. ຝ້າຍຜູກແຂນ
3. ສິ້ນຜືນແພວາ (ເຄື່ອງນຸ່ງຖືທີ່ຈະມອບໃຫ້ພໍ່ແມ່) ແລະ ເງິນຈຳນວນໜຶ່ງ ຖ້າກໍລະນີຜູ່ບໍ່ມີກໍ່ເລືອກເອົາອັນໃດອັນໜຶ່ງກໍ່ໄດ້
4. ນ້ຳອົບນ້ຳຫອມ

ໝາຍເຫດ: ກໍລະນີບໍ່ໄດ້ກຽມຫຍັງອາດຈະເປັນຍ້ອນເງື່ອນໄຂບໍ່ພ້ອມ ຫຼື ດ້ວຍເຫດອັນໃດກໍ່ແລ້ວແຕ່ຫາກທ່ານມີຈຸດປະສົງ ມີຄວາມຕັ້ງໃຈຈິງແທ້ ພຽງແຕ່ທ່ານຍໍມືນົບຕັ້ງຈິດໃຈໃຫ້ຢູ່ໃນຄວາມບໍລິສຸດ ກ່າວຂໍຂະມາລາໂທດແກ່ພໍ່ແມ່ດ້ວຍວາຈາອອກມາຈາກໃຈຈິງແລ້ວກົ້ມກາບໄຫວ້ພວກເພິ່ນທີ່ຕັກ ຫຼື ຕີນຂອງເພິ່ນເທົ່ານີ້ກໍ່ໄດ້ແລ້ວ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...