Homeຂ່າວທ້ອງຖິ່ນນໍ້າປະປານະຄອນຫຼວງແຈ້ງ! ບຸນປີໃໝ່ນໍ້າອາດບໍ່ພໍໃຊ້ໃຫ້ທຸກຄົນຫຼິ້ນນໍ້າຢ່າງປະຢັດ

ນໍ້າປະປານະຄອນຫຼວງແຈ້ງ! ບຸນປີໃໝ່ນໍ້າອາດບໍ່ພໍໃຊ້ໃຫ້ທຸກຄົນຫຼິ້ນນໍ້າຢ່າງປະຢັດ

Published on

ອີງຕາມຂໍ້ມູນຈາກລັດວິສາຫະກິດນໍ້າປະປານະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ ເນື່ອງຈາກບຸນປີໃໝ່ລາວໃກ້ຈະມາອດ ເພື່ອສ້າງຄວາມໝັ້ນໃຈໃນການຊົມໃຊ້ນໍ້າຂອງປະຊາຊົນ ລັດວິສາຫະກິດນໍ້າປະປານະຄອນຫຼວງວຽງຈັນ ກໍ່ໄດ້ເອົາໃຈໃສ່່່ໃນການຜະລິດນໍ້າປະປາໃນທຸກໆໂຮງງານຕາມຄວາມສາມາດທີ່ຜະລິດໄດ້ ເພື່ອຮັບປະກັນທາງດ້ານປະລິມານ ແລະ ສະໜອງນໍ້າປະປາໃຫ້ທົ່ວເຖິງໃນທຸກຂົງເຂດ ສ່ວນໃນຂົງເຂດທີ່ນໍ້າອອກຄ່ອຍ ສະເໜີໃຫ້ຜູ້ຊົມໃຊ້ກຽມພາຫະນະໂຕ່ງນໍ້າໄວ້ໃຊ້ ເພື່ອໃຫ້ມີນໍ້າໃຊ້ຢ່າງພຽງພໍ.

ນອກຈາກນັ້ນ, ພວກເຮົາຍັງໄດ້ຈັດໃຫ້ທີມງານສ້ອມແປງສຸກເສີນ ແລະ ທີມງານສຳຫຼວດທໍ່ນໍ້າແຕກ-ນໍ້າຮົ່ວລົງສຳຫຼວດຫາຈຸດທໍ່ຮົ່ວໃນຕອນກາງຄືນ ເມື່ອກວດພົບກໍ່ສ້ອມແປງໂດຍທັນທີ ເພື່ອຮັບປະກັນແຮງດັນນໍ້າໃນລະບົບສາຍທໍ່ໃຫ້ມີສະຖຽນສະພາບ ແລະ ຫຼຸດຜ່ອນນໍ້າສູນເສຍ.

ລັດວິສາຫະກິດນໍ້າປະປານະຄອນຫຼວງວຽງຈັນ ສະເໜີໃຫ້ພໍ່ແມ່ປະຊາຊົນຊົມໃຊ້ນໍ້າປະປາຢ່າງປະຢັດເຊັ່ນ: ບໍ່ຄວນລ້າງລົດໂດຍໃຊ້ສາຍຢາງສີດ, ຫົດຖະໜົນຫົນທາງໂດຍບໍ່ຈຳເປັນຄວນຫົດດອກໄມ້ໂດຍໃຊ້ຟັກບົວ ແລະ ອື່ນໆ ເພື່ອເຮັດໃຫ້ຜູ້ທີ່ຢູ່ປາຍທາງ ແລະ ເຂດພື້ນທີ່ສູງໄດ້ມີນໍ້າໃຊ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...