Homeຂ່າວຕ່າງປະເທດທະຫານມຽນມາໃຊ້ວິທີກົດດັນຜູ້ປະທ້ວງ ໂດຍລັກພາໂຕເດັກນ້ອຍ!!

ທະຫານມຽນມາໃຊ້ວິທີກົດດັນຜູ້ປະທ້ວງ ໂດຍລັກພາໂຕເດັກນ້ອຍ!!

Published on

ເມື່ອວັນທີ 6 ເມສາ 2021 ທີ່ຜ່ານມາເວັບໄຊ້ຂ່າວຕ່າງປະເທດໄດ້ລາຍງານວ່າ: ກອງທັບມຽນມາໄດ້ສົ່ງທະຫານມາຈັບກຸມຄອບຄົວຂອງເຈົ້າໜ້າທີດ້ານຂ່າວສານຂອງພັກສັນນິບາດຊາດເພື່ອປະຊາທິປະໄຕ (NLD) ຂອງ ອອງ ຊານ ຊູຈີ ທີ່ປຶກສາແຫ່ງລັດ ທີ່ຖືກກອງທັບມຽນມາລັດຖະປະຫານໃນເດືອນກຸມພາທີ່ຜ່ານມາ ໂດຍໃນຈໍານວນຜູ້ທີ່ຖືກທະຫານຈັບຕົວໄປປະກອບມີເດັກນ້ອຍອາຍຸ 2 ປີ, 4 ປີ ແລະ 13 ປີຢູ່ນໍາ.

ມີລາຍງານລະບຸວ່າໜ່ວຍງານຄວາມໝັ້ນຄົງພະຍາຍາມຈັບກຸມ ທ່ານ ໂກ ຈາ ເລ ສະມາຊິກພັກ NLD ທີ່ກໍາລັງຫຼົບລີ້ຢູ່ ຫຼັງຈາກທີ່ຖືກຕັ້ງຂໍ້ຫາລະເມີດກົດໝາຍມາດຕາທີ 25 ວ່າດ້ວຍການຈັດການໄພພິບັດໃນຊ່ວງເດືອນກຸມພາທີ່ຜ່ານມາ ໂດຍ ທ່ານ ໂກ ຈາ ເລ ຖືກກ່າວຫາວ່າມີຄວາມສໍາພັນກັບຄົນຈໍານວນຫຼາຍໃນລະຫວ່າງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍ ທ່ານ ໂກ ຈາ ເລ ໄດ້ອອກມາປະທ້ວງໃນເຂດພະໂຄ ແລະ ນັບຕັ້ງແຕ່ນັ້ນມາກອງທັບທະຫານມຽນມາກໍໄດ້ພະຍາຍາມກົດດັນຄອບຄົວໃຫ້ບອກບ່ອນຫຼົບລີ້ຂອງທ່ານ ຈາ ໂກ ເລ ຈົນໄດ້ຈັບຕົວເດັກນ້ອຍທີ່ເປັນລູກມາເປັນເຄື່ອງມືໃນການກົດດັນ ທ່ານ ໂກ ຈາ ເລ.

ລ່າສຸດຍາດພີ່ນ້ອງຂອງ ທ່ານ ໂກ ຈາ ເລ ໄດ້ເປີດເຜີຍວ່າລູກສາວຂອງ ທ່ານ ໂກ ຈາ ເລ ໄດ້ຖືກກອງທັບທະຫານຈັບໂຕໄປເປັນເວລາຫຼາຍກວ່າ 13 ຊົ່ວໂມງ ແລະ ໃນຕອນນີ້ກໍມີຜູ້ປະທ້ວງອີກຫຼາຍຄົນທີ່ຖືກກົດດັນໃຫ້ເຂົ້າມອບໂຕກັບທາງກອງທັບ ໂດຍກ່ອນໜ້ານີ້ທະຫານໄດ້ຈັບກຸມລູກຊາຍ 2 ຄົນຂອງນັກວິຊາການທີ່ປະຕິເສດຈະເຮັດວຽກໃຫ້ກັບລັດຖະບານທະຫານ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...