spot_img
Homeຂ່າວຕ່າງປະເທດ"ປູຕິນ"ຕ້ອງການເຊີນ"ໄບເດນ" ມາໂອ້ລົມກັນຕໍ່ໜ້າສາທາລະນະຫຼັງຖືກກ່າວຫາວ່າເປັນຄາດຕະກອນ

“ປູຕິນ”ຕ້ອງການເຊີນ”ໄບເດນ” ມາໂອ້ລົມກັນຕໍ່ໜ້າສາທາລະນະຫຼັງຖືກກ່າວຫາວ່າເປັນຄາດຕະກອນ

Published on

ພາຍຫຼັງທີ່ປະທານາທິບໍດີໂຈ ໄບເດນ ກ່າວຕອນໜຶ່ງໃນການໃຫ້ສຳພາດກັບເຄືອຂ່າຍສະຖານີໂທລະພາບ ABC News ໂດຍອ້າງຂໍ້ມູນຈາກໜ່ວຍງານສືບລັບວ່າ ປະທານາທິບໍດີວາລາດີເມຍ ປູຕິນ ມີສ່ວນພົວພັນກັບການວາງຢາພິດທ່ານ ອາເລັກ ນາວັລນີ ອະດີດຜູ້ນຳຝ່າຍຄ້ານຄູ່ກໍລະນີຜູ້ນຳຣັດເຊຍ ໂດຍພິທີກອນໄດ້ຖາມທ່ານ ໄບເດນວ່າ ທ່ານເບິ່ງປູຕິນເປັນ “ຄາດຕະກອນ” ຜູ້ວາງຢານາວັລນີ ຫຼື ບໍ່ ແລ້ວທ່ານ ໄບເດນ ກໍ່ຕອບພິທີກອນວ່າ “ແມ່ນແລ້ວຂ້ອຍກໍ່ຄິດແນວນັ້ນ”.

ໃນຂະນະດຽວກັນ, ທ່ານ ໂຈ ໄບເດນ ຍັງກ່າວອ້າງຂໍ້ມູນຈາກຝ່າຍຄວາມໝັ້ນຄົງອີກວ່າ ຣັດເຊຍມສ່ວນຮ່ວມໃນຄວາມພະຍາຍາມທີ່ຈະແຊກແຊງການເລືອກຕັ້ງປະທານາທິບໍດີສະຫະລັດໃນເດືອນພະຈິກທີ່ຜ່ານມາເຊິ່ງຈະເປັນຜົນປະໂຫຍດຕໍ່ໄຊຊະນະໃນການເລືອກຕັ້ງຄັ້ງທີສອງຂອງປະທານາທິບໍດີ ໂດນັລ ທຣໍ້າ, ເຊິ່ງຜູ້ນຳ ອາເມລິກາກ່າວວ່າ “ຣັດເຊຍຈະຕ້ອງຊົດເຊີຍ.” ທີ່ພະຍາຍາມທຳລາຍການເລືອກຕັ້ງພວກເຮົາຈະໄດ້ເຫັນກັນໃນໄວໆນີ້. “

ພຽງເວລາບໍ່ດົນຫຼັງຈາກທ່ານ ໄບເດນ ກ່າວໃຫ້ສຳພາດລັດຖະບານຣັດເຊຍໄດ້ຮຽກຕົວທ່ານ ອານາໂຕລີ ອັນໂຕນອຟ ເອກອັກຄະລັດຖະທູດປະຈຳວໍຊິງຕັນດີຊີ ເດີນທາງກັບປະເທດທັນທີ ໂດຍຣັດເຊຍລະບຸວ່າ “ເພື່ອທົບທວນ ແລະ ປຶກສາຫາລືທິດທາງຂອງການພົວພັນສາກົນກັບສະຫະລັດອາເມລິກາ ແລະ ວິເຄາະວ່າຈະມີມາດຕະການຫຍັງຕໍ່ໄປ “.

ເລື່ອງດັ່ງກ່າວໄດ້ສົ່ງຜົນໃຫ້ຝ່າຍ ປະທານາທິບໍດີ ປູຕິນ ອອກມາຕອບໂຕ້ຜູ້ນຳອາເມລິກາ ຈາກການຖືກກ່າວຫາວ່າເປັນຄາດຕະກອນທີ່ມີສ່ວນກ່ຽວຂ້ອງໃນການລັກລອບວາງຢາພິດ ທ່ານ ນາວັລນີ ໂດຍທ່ານ ປູຕິນ ໄດ້ກ່າວວ່າ ທ່ານຕ້ອງການເຊີນປະທານາທິບໍດີ ໂຈ ໄບເດນ ຫາລືຜ່ານວິດີໂອຄອນຟຣີເຣນ ເພື່ອຫາລືຄວາມສຳພັນແບບພາຄີ.

ຜູ້ນຳຣັດເຊຍຍັງກ່າວເຖິງກໍລະນີຜູ້ນຳອາເມລິກາກ່າວຫາຕົນວ່າເປັນຄາດຕະກອນນັ້ນ ໂດຍໄດ້ແນະນຳວາ ເຮົາຄວນລົມກັນແບບຕົວຕໍ່ຕົວຢ່າງເປີດເຜີຍຕໍ່ສາທາລະນະຢ່າງຮີບດ່ວນ ເນື່ອງຈາກຄຳເວົ້າຂອງທ່ານ ໄບເດນ ເປັນທີ່ໜ້າສົນໃຈຢ່າງຍິ່ງຂອງປະຊາຊົນຣັດເຊຍ ແລະ ອາເມລິກາ ເພາະເລື່ອງນີ້ເຮັດໃຫ້ຄວາມສຳພັນຂອງທັງສອງຊາດສັ່ນຄອນອີກຄັ້ງ.

ທ່ານ ປູຕິນ ໄດ້ກ່າວເຖິງຜູ້ນຳອາເມລິກາກໍລະນີເປັນຄາດຕະກອນວ່າ “ເຂົາບໍ່ໄດ້ດີກວ່າຂ້ອຍ” ຜູ້ນຳຣັດເຊຍ ຖາມທ່ານ ໄບເດນ ກັບຄືນໄປວ່າ ໃນປະຫວັດສາດຂອງອາເມລິກາມີການປະຕິຮູບຕໍ່ກຸ່ມເຊື້ອຊາດອິນເດຍແດງ ແລະ ຄົນເຊື້ອສາຍແອຟຣິກາແນວໃດ ລວມໄປເຖິງກໍລະນີສົງຄາມໂລກຄັ້ງທີສອງ ຖີ້ມລະເບີດປະລະມານູ 2 ລູກໃສ່ຍີ່ປຸ່ນນັ້ນ ຜູ້ ນຳ ຣັດເຊຍກ່າວວ່າ, ພວກເຂົາ (ສະຫະລັດ) ຄິດວ່າພວກເຮົາຄືກັນ. ແຕ່ຕົວຈິງແລ້ວພວກເຮົາແຕກຕ່າງກັນ ເພາະວ່າພວກເຮົາມີລະຫັດພັນທຸກຳທາງວັດທະນະທຳ ແລະ ສິນລະທຳທີ່ບໍ່ຄືກັບເຂົາເຈົ້າ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...