spot_img
Homeຂ່າວທ້ອງຖິ່ນມິສແກຣນລາວ 2020 ຈະປ່ຽນຊຸດປະຈຳຊາດໃໝ່ ຫຼື ບໍ່? ຕ້ອງລໍລຸ້ນ! ຫຼັງມີປະເດັດ "ຊຸດປາກັດລາວ" ຮຽນແບບ "ຊຸດປາກັດໄທ"

ມິສແກຣນລາວ 2020 ຈະປ່ຽນຊຸດປະຈຳຊາດໃໝ່ ຫຼື ບໍ່? ຕ້ອງລໍລຸ້ນ! ຫຼັງມີປະເດັດ “ຊຸດປາກັດລາວ” ຮຽນແບບ “ຊຸດປາກັດໄທ”

Published on

ກາຍເປັນປະເດັນຮ້ອນຂຶ້ນມາທັນທີຫຼັງຈາກ ນັກອອກແບບຊຸດ “ຄຳພີ ອະລັງການ” ໄດ້ເປີດຕົວຊຸດປະຈຳຊາດ ມິສແກຣນລາວ 2020 “ຊຸດປາກັດລາວ” ໃນວັນທີ 20 ມີນາ 2021 ທີ່ຜ່ານມາ ເຊິ່ງມີຫຼາຍຄົນທັກທ້ວງວ່າຊຸດດັ່ງກ່າວ ຄ້າຍກັບ “ຊຸດປາກັດໄທ” ທີ່ຈະໃຫ້ ມິສຢູນິເວີສໄທແລນ 2020 ໃສ່ປະກວດ.

ຫຼ້າສຸດ, ໃນວັນທີ 21 ມີນາ ທີ່ຜ່ານມາ ກອງປະກວດ Miss Universe Thailand ໄດ້ອອກມາເຄື່ອນໄຫວໂດຍກ່າວວ່າ: ຊຸດປະຈຳຊາດ “ຊດປາກັດໄທ” (ຊດໄຕຣົງອະນົງນາດສຸພັນມັດສາ) ຢືນຢັນວ່າໄດ້ເປີດຕົວຊດນີ້ຕັ້ງແຕ່ 2020.

ຈາກນັ້ນທາງບໍລິສັດ ທີພີເອັນ ໂກລບອລ ຈຳກັດ ຜູ້ຖືລິຂະສິດການຈັດການປະກວດ Miss Universe Thailand ໄດ້ປະກາດຊດປະຈຳຊາດໄທ “ຊຸດປາກັດໄທ” ເຊິ່ງພ້ອມກຽມໃຫ້ ນາງ ອາແມນດ້າ ຊາລິສາ ອອບດັມ ໃສ່ປະກວດໃນເວທີ ມິສຢູນີເວີດສ໌ ຄັ້ງທີ 69 ທີ່ລັດຟໍລິດາ ປະເທດອາເມລິກາ.

ຕໍ່ຈາກປະເດັນດັ່ງກ່າວ ທາງດ້ານ ທ້າວ ຄຳພີ ອະລັງການ ນັກອອກແບບຊຸດປະຈຳຊາດລາວ ໃຫ້ເວທີ ມິສແກຣນລາວ 2020 ໄດ້ກ່າວໃຫ້ສຳພາດຕໍ່ທີມຂ່າວຊ່ອງ 3 ວ່າ “ຄວາມຈິງແລ້ວຊດປາກັດລາວ ໄດ້ຖືກອອກແບບຕັ້ງແຕ່ປີ 2019 ໃຫ້ກັບມິສແກຣນລາວ ແຕ່ໃນປີນັ້ນລາວບໍ່ໄດ້ສົ່ງນາງງາມເຂົ້າປະກວດເວທີມິສແກຣນ 2019 ທີ່ປະເທດເວເນຊູເອລາ ເປັນເຈົ້າພາບຈັດ ຈິ່ງໄດ້ເກັບຄອນເຊັບຊດໄວ້ແລ້ວນຳກັບມາໃຊ້ໃນປີນີ້ ດັ່ງນັ້ນ,​ ຄອນເຊັບຊຸດປາກັດລາວແມ່ນມີມາຕັ້ງແຕ່ປີ 2019 ແລ້ວ”.

ສຳລັບປະເດັນເລື່ອງຊຸດ ທາງກອງປະກວດມິສແກຣນລາວ ຍັງບໍ່ທັນອອກມາສະແດງທ່າທີວ່າຈະຈັດການແບບໃດໃນເລື່ອງນີ້ ຈະມີການປ່ຽນຊຸດປະຈຳຊາດລາວໃໝ່ ຫຼື ບໍ່ແມ່ນຕ້ອງໄດ້ລໍຖ້າການຖະແຫຼງການຈາກທາງກອງປະກວດ ເຊິ່ງປັດຈຸບັດ, ນາງ ພັດທະນາ ກິດດາພອນ ມິສແກຣນລາວ 2020 ກຳລັງດຳເນີນການປະກວດ ທີ່ປະເທດໄທ.

ຮຽບຮຽງຂ່າວ: ພຸຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...