Homeຂ່າວພາຍ​ໃນWhatsApp ເປີດໃຫ້ໃຊ້ງານການໂທອອກດ້ວຍສຽງ ແລະ Video Call ຜ່ານທາງຄອມພິວເຕີ

WhatsApp ເປີດໃຫ້ໃຊ້ງານການໂທອອກດ້ວຍສຽງ ແລະ Video Call ຜ່ານທາງຄອມພິວເຕີ

Published on

WhatsApp, ແອັບພລິເຄຊັນໃນການສື່ສານເທິງສະມາດໂຟນທີ່ຫຼາຍປະເທດນິຍົມໃຊ້ເພື່ອການຕິດຕໍ່ສື່ສານລວມທັງປະເທດລາວເຮົາ ບໍ່ວ່າຈະເປັນການສົ່ງຂໍ້ຄວາມ, ການອັດສຽງ, ການໂທດ້ວຍສຽງ ແລະ Video Call ຫາກັນ, ແລະ ເມື່ອບໍ່ດົນມານີ້, ທາງ WhatsApp ກໍ່ມີການເປີດໃຫ້ໃຊ້ງານການໂທອອກດ້ວຍສຽງ ແລະ Video Call ຜ່ານທາງຄອມພິວເຕີ, ເຖິງແມ່ນວ່າຍັງບໍ່ສາມາດເຮັດໄດ້ໃນບາວເຊີ ແຕ່ກໍ່ຖືວ່າເປັນອີກທາງເລືອກໜຶ່ງໃຫ້ຜູ້ຊົມໃຊ້.

ເຖິງວ່າ WhatsApp ຍັງຢູ່ໃນປະເດັນຮ້ອນແຮງກ່ຽວກັບການອັບເດດນະໂຍບາຍຄວາມເປັນສ່ວນຕົວຮູບແບບໃໝ່ ຈົນເຮັດໃຫ້ຫຼາຍຄົນແບນ WhatsApp ແລ້ວໄປໃຊ້ແອັບພລິເຄຊັນຄູ່ແຂ່ງແທນ ແຕ່ WhatsApp ກໍ່ຍັງໂນ້ມນ້າວດ້ວຍຟີເຈີໃໝ່ໆຢ່າງຕໍ່ເນື່ອງເຊັ່ນ : ການໂທອອກດ້ວຍສຽງ ແລະ ວີດີໂອຜ່ານແອັບພລິເຄຊັນໃນຄອມພິວເຕີີ Desktop.

ທາງ WhatsApp ຖະແຫຼງຜ່ານ Blog ຂອງເວັບໄຊ້ວ່າ : ຕະຫຼອດປີ 2020 ມີຈຳນວນຜູ້ໃຊ້ໂທອອກຫາກັນຜ່ານ WhatsApp ເພີ່ມຂື້ນຫຼາຍໂດຍສະເພາະໃນວັນທີ 31 ທັນວາ ຜ່ານມາ ທີ່ມີຜູ້ໂທອອກ ແລະ Video Call ຫຼາຍເຖິງ 1,4 ພັນລ້ານເທື່ອ.

ທາງ WhatsApp ຈຶ່ງໄດ້ປັບປ່ຽນວິທີການສົນທະນາໃໝ່ໆ ເຊັ່ນ : ການໂທ ແລະ Video Call ຜ່ານແອັບພລິເຄຊັນໃນຄອມພິວເຕີີ ເຮັດໃຫ້ຜູ້ໃຊ້ງານຕິດຕໍ່ທຸກຄົນໄດ້ທຸກບ່ອນທົ່ວໂລກ ບໍ່ວ່າຈະໃຊ້ເຕັກໂນໂລຊີໃດກໍ່ຕາ, ແຕ່ WhatsApp ເອງຍັງບໍ່ໄດ້ລະບຸວ່າຈຳນວນຜູ້ໃຊ້ງານຜ່ານຄອມພິວເຕີມີຈຳນວນເທົ່າໃດ ແຕ່ທັງນີ້ແມ່ນເປັນການເພີ່ມທາງເລືອກໃຫ້ຜູ້ໃຊ້ງານທັງໝົດຈຳນວນ ປະມານ 2 ພັນລ້ານຄົນ ແລະ ການໃຊ້ງານທັງນີ້ຍັງບໍ່ສາມາດເຮັດໄດ້ໃນບາວເຊີ ແລະ ຄາດວ່າໃນອານາຄົດຈະສາມາດໃຊ້ງານການໂທ ແລະ Video Call ແບບກຸ່ມໄດ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...